• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ເພີ່ມ​ທະ​ວີ​ຖາ​ນະ​ບົດ​ບາດ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽ​ນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ

ທ່ານນາງລັດຖະມົນຕີການຕ່າງປະເທດ Retno Marsudi ໄດ້ຊີ້ແຈ້ງວ່າ AOIP ຈະສຸມໃສ່ 4 ບຸລິມະສິດລວມມີ: ເຊື່ອມຕໍ່, ການເດີນເຮືອ, ເສດຖະກິດ ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ (SDGs). AOIP ແມ່ນຂໍ້ລິເລີ່ມ ໂດຍອິນໂດເນເຊຍ ສະເໜີ ແລະ ໄດ້ເຫັນດີເປັນເອກະພາບໃນປີ 2019 ວັນທີ 3 ກຸມພາ, ກ່າວຄຳເຫັນຫຼັງການຖະແຫຼງຂ່າວກອງປະຊຸມປະສານງານ ອາຊຽນ ຄັ້ງທີ 32 (ACC32) ຢູ່ຈາກາຕາ, ປະເທດອິນໂດເນເຊຍ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ໄດ້ເນັ້ນໜັ້ກເຖິງຄວາມສຳຄັນຂອງການປະຕິບັດວິໄສທັດ ອາຊຽນກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP). ທ່ານນາງລັດຖະມົນຕີການຕ່າງປະເທດ Retno Marsudi ໄດ້ຊີ້ແຈ້ງວ່າ AOIP ຈະສຸມໃສ່ 4 ບຸລິມະສິດລວມມີ: ເຊື່ອມຕໍ່, ການເດີນເຮືອ, ເສດຖະກິດ ແລະ ເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ (SDGs). AOIP ແມ່ນຂໍ້ລິເລີ່ມ ໂດຍອິນໂດເນເຊຍ ສະເໜີ ແລະ ໄດ້ເຫັນດີເປັນເອກະພາບໃນປີ 2019. AOIP ຢັ້ງຢືນຖານະບົດບາດ ແລະ ທີ່ຕັ້ງຂອງອາຊຽນ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ວັດທະນາຖາວອນ ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ລວມມີ ອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top