• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສືບ​ລາ​ຊະ​ການ​ລັບ​ການ​ທະ​ຫານ ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ

ວັນທີ 03 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ດຳເນີນກອງປະຊຸມຜູ້ນຳອົງການສືບລາຊະການລັບກອງທັບບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 21 (AMIM – 21), ດ້ວຍການເຂົ້າຮ່ວມຂອງຜູ້ນໍາອົງການສືບລາຊະການລັບກອງທັບ 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍຜູ້ຕາງໜ້າ Timor Leste ເຂົ້າຮ່ວມ ດ້ວຍຖານະເປັນຜູ້ສັງເກດການ.
ບັນຍາກາດກອງປະຊຸມ

ດ້ວຍຫົວຂໍ້ “ອາຊຽນ ຮ່ວມມື ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ເຂັ້ມແຂງ”, ຜູ້ແທນບັນດາປະເທດສະມາຊິກ ອາຊຽນ ໄດ້ພ້ອມກັນແລກປ່ຽນທັດສະນະກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດສືບລາຊະການລັບການທະຫານ/ປ້ອງກັນຊາດ ອາຊຽນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການສ້າງຄວາມເຂັ້ມແຂງໃນພາກພື້ນ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມກໍໄດ້ສຸມໃສ່ປຶກສາຫາລື ແລະ ແລກປ່ຽນກ່ຽວທັບທັດສະນະ ສະພາບການພົ້ນເດັ່ນໃນພາກພື້ນ, ການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກ ອາຊຽນ ໃນຂອບເຂດການທະຫານ/ປ້ອງກັນຊາດ, ພິເສດໃນຂົງເຂດສືບລາຊະການລັບ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກຮ່ວມມືວິຊາສະເພາະ, ເຊັ່ນ: ລາຍການພົບປະແລກປ່ຽນນັກສືບຂ່າວໜຸ່ມ ອາຊຽນ (AJIIP), ອາຊຽນ ສາຍຕາຂອງພວກເຮົາ (AOE), ປະຊາຄົມສືບລາຊະການລັບການທະຫານ/ປ້ອງກັນຊາດ ອາຊຽນ (AMIC).

        ກໍໃນວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນກອງປະຊຸມຫົວໜ້າກົມການຮົບ ອາຊຽນ ຄັ້ງທີ 14 (AMOM 14).

(ແຫຼ່ງຄັດຈາກ VOV)

ປະຕິຮູບລະບອບລະບຽບການຢ່າງແຮງ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ

ປະຕິຮູບລະບອບລະບຽບການຢ່າງແຮງ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ

ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 8% ໃນປີ 2025 ແລະ 2 ຕົວເລກໃນອະນາຄົດ, ກາຍເປັນປະເທດພັດທະນາ ມີລາຍຮັບສູງໃນປີ 2025, ຕ້ອງສຸມໃສ່ 3 ຂອດບຸກທະລຸຍຸດທະສາດ

Top