• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດມີຄວາມສຳຄັນແຖວໜ້າຂອງ ຫວຽດນາມ

ທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ, ໄດ້ຕີລາຄາສູງບັນດາຜົນງານການຮ່ວມມື 2 ຝ່າຍໃນໄລຍະ 30 ປີຜ່ານມາ, ພົ້ນເດັ່ນແມ່ນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ທີ່ໄດ້ສ້າງຕັ້ງເມື່ອປີ 2023.
ທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ, ໄດ້ຕີລາຄາສູງບັນດາຜົນງານການຮ່ວມມື 2 ຝ່າຍໃນໄລຍະ 30 ປີຜ່ານມາ (ພາບ: TTXVN)

ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດມີຄວາມສຳຄັນແຖວໜ້າຂອງ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ທີ່ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລັດ Oregon, ອາເມລິກາ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນຕອນບ່າຍວັນທີ 09 ກັນຍາ, ຢູ່ສຳນັກງານສະພາແຫ່ງຊາດ, ທີ່ ຮ່າໂນ້ຍ. ຄະນະຜູ້ແທນນຳໂດຍທ່ານ Daniel Loc Nguyen, ສະມາຊິກສະພາຕ່ຳລັດ Oregon ເປັນຫົວໜ້າຄະນະ.

ທ່ານ ຫງວຽນດຶກຫາຍ, ຮອງປະທານສະພາແຫ່ງຊາດ, ໄດ້ຕີລາຄາສູງບັນດາຜົນງານການຮ່ວມມື 2 ຝ່າຍໃນໄລຍະ 30 ປີຜ່ານມາ, ພົ້ນເດັ່ນແມ່ນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ທີ່ໄດ້ສ້າງຕັ້ງເມື່ອປີ 2023. ໃນໄລຍະຈະມາເຖິງ, ທ່ານຮອງປະທານສະພາແຫ່ງຊາດ ສະເໜີໃຫ້ 2 ປະເທດສືບຕໍໍ່ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຊີ, ນະວັດຕະກຳ, ໜູນຊ່ວຍ ຫວຽດນາມ ສ້າງຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ການຫັນປ່ຽນພະລັງງານ, ການພັດທະນາພື້ນຖານເສດຖະກິດສີຂຽວ…

ສ່ວນທ່ານ Daniel Loc Nguyen, ສະມາຊິກສະພາຕ່ຳ ປາດຖະໜາວ່າ, ການພົວພັນ 2 ຝ່າຍຈະສືບຕໍ່ພັດທະນາຢ່າງມີສະຖຽນລະພາບ, ຍາວນານ ແລະ ນັບມື້ນັບມີລັກສະນະຍຸດທະສາດ.

(ແຫຼ່ງຄັດຈາກ VOV)

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ທ່ານ Sandag Byambatsogt ປະ​ທານ ​ສະ​ພາ​ແຫ່ງ​ຊາດ ມົງ​ໂກ​ນ ແລະ ພັນ​ລະ​ຍາ​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ພັນ​ລະ​ຍາງ​ຢ່າງ​ສົມ​ກຽດ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມ​ແລ້ວ​ທີ່​ຈະພ້ອມ​ກັບ ມົງ​ໂກນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ກັນ​ລະ​ຫວ່າງ​ບັນ​ດາ​ກຳ​ມາ​ທິ​ການ​ວິ​ຊາສະ​ເພາະ, ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາມິດ​ຕະ​ພາບ, ສະ​ມາ​ຊິກ​ລັດ​ຖະ​ສະ​ພາໜຸ່ມ

Top