• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ສົ່ງວັກຊິນກັນພະຍາດໂຄວິດ - 19 ຂອງ Moderna ຈຳນວນ 2 ລ້ານໂດສ ໃຫ້ແກ່ ຫວຽດນ າມ

      ວັນທີ 06 ກໍລະກົດ, ທຳນຽບຂາວ ໃຫ້ຮູ້ວ່າ ອາເມລິກາ ເລີ່ມສົ່ງວັກຊິນກັນພະຍາດໂຄວິດ - 19 ຂອງ Moderna ຈຳນວນ 2 ລ້ານໂດສ ໃຫ້ແກ່ ຫວຽດນາມ.
ວັກຊິນກັນພະຍາດໂຄວິດ - 19 ຂອງ Moderna (ພາບ: AFP/TTXVN)
      ຈຳນວນວັກຊິນດັ່ງກ່າວແມ່ນສ່ວນໜຶ່ງຂອງຈຳນວນວັກຊິນ ເຊິ່ງ ອາເມລິກາ ຈະສົ່ງໃຫ້ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນສ່ວນໜຶ່ງຂອງວັກຊິນງວດທຳອິດລວມມີ 80 ລ້ານໂດສ ເຊິ່ງທ່ານປະທານາທິບໍດີ ອາເມລິກາ Joe Biden ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍໃຫ້ແກ່ບັນດາປະເທດໃນໂລກ. ງວດວັກຊິນທີ່ສົ່ງເຖິງ ຫວຽດນາມ ແມ່ນໄດ້ຈັດແບ່ງຜ່ານໂຄງການ COVAX ຂອງອົງການອະນາໄມໂລກ (WHO) ດ້ວຍເປົ້າໝາຍແມ່ນ ຮັບປະກັນຄວາມຍຸຕິທຳໃນການສັກວັກຊິນທົ່ວໂລກ, ດັບມອດໂລກລະບາດໃນທົ່ວທຸກແຖບຖິ່ນ. ຄາດວ່າ, ຈຳນວນວັກຊິນດັ່ງກ່າວ ຈະສົ່ງມາຮອດ ຫວຽດນາມ ໃນທ້າຍອາທິດນີ້.
        ນອກຈາກ ຫວຽດນາມ ແລ້ວ, ອາເມລິກາ ກໍຈະສົ່ງວັກຊິນຈຳນວນ 1 ລ້ານໂດສ ໃຫ້ແກ່ ມາເລເຊຍ ໃນວັນທີ 5 ກໍລະກົດ ແລະ ຈະສົ່ງ 4 ລ້ານໂດສ ໃຫ້ແກ່ ອິນໂດເນເຊຍ ໂດຍໄວ. ຄາດວ່າ ບັນດາປະເທດອື່ນໃນພາກພື້ນ ລວມມີີ ກຳປູເຈຍ, ລາວ, ປາປົວ ນິວກີເນ, ຟີລິບປິນ ແລະ ໄທ ກໍ່ຈະໄດ້ຮັບວັກຊິນຂອງ ອາເມລິກາ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top