• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ສະໜັບສະຫນູນປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ ແລະ ວັດທະນາຖາວອນ

ຕອນບ່າຍວັນທີ 25 ສິງຫາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ໄດ້ໃຫ້ການຕ້ອນຮັບ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຝ້າມມິງຈີ້ງ ແລະ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງຢືນຢັນວ່າ ຫວຽດນາມຖືເປັນສຳຄັນການພົວພັນກັບອາເມລິກາ ແລະ ຫວັງຢາກພັດທະນາການພົວພັນຄູ່ຮ່ວມມືຮອບດ້ານໃຫ້ນັບມື້ນັບແທດຈິງ ມີປະສິດທິຜົນ, ມີສະຖຽນລະພາບຍາວນານເພື່ອສັນຕິພາບ ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ  ໄດ້ສະເໜີ 2 ຝ່າຍສືບຕໍ່ການເພີີ່ມທະວີການຮ່ວມມືໃນຂອບເຂດສັນຍາແມ່ກ່ຽວກັບການຄ້າ ແລະ ການລົງທຶນ, ພ້ອມທັງພິຈາລະນາຄວາມສາມາດສ້າງຂອບເຂດການຮ່ວມມືທາງດ້ານເສດຖະກິດ ການຄ້າໃໝ່ເພື່ອຊຸກຍູ້ການຮ່ວມມືທາງດ້ານການຄ້າໃຫ້ດີຍິ່ງກ່ວາອີກ. ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິງຈີ້ງ ສະເໜີຝ່າຍອາເມລິກາ ເພີ່ມທະວີການສະໜອງທຶນສຶກສາໃຫ້ແກ່ນັກສຶກສາຫວຽດນາມ, ສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດວິທະຍາສາດ ເຕັກໂນໂລຊີສູງ ເລັ່ງໃສ່ຂະແໜງວິທະຍາສາດສາທາລະນະສຸກ ແລະ ສຸຂະພາບ ແລະ ຫວັງວ່າ ອາເມລິກາຈະສືບຕໍ່ຮ່ວມມືຊ່ວຍໜູນຫວຽດນາມໃນວຽກງານຕ້ານໂລກລະບາດ, ສືບຕໍ່ຊ່ວຍເຫຼືອວັກຊິນປ້ອງກັນພະຍາດໂຄວິດ-19ໃຫ້ແກ່ຫວຽດນາມ.

     ສ່ວນ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harrisໄດ້ຢືນຢັນຄືນໃໝ່ວ່າ ອາເມລິກາ ອາເມລິກາສະໜັບສະຫນູນປະເທດຫວຽດນາມເຂັ້ມແຂງ, ເອກະລາດ ແລະ ວັດທະນາຖາວອນ ແລະ ໝັນໝາຍຊຸກຍູ້ການພົວພັນນັບມື້ນັບກ້ວາງເລິກມີສະຖຽນລະພາບ ໝັນຄົງໜັກແໜ້ນໃນໄລຍະທີ່ຈະເຖິງ.

    ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຢືນຢັນວ່າ ຫວຽດນາມຈະສືບຕໍ່ຊ່ວຍໜູນເພື່ອໃຫ້ຫວຽດນາມຮັບມືກັບພະຍາດໂຄວິດ-19 ຢ່າງມີປະສິດທິຜົນ ແລະ ແຈ້ງໃຫ້ຊາບວ່າ ອາເມລິກາສືບຕໍ່ຊ່ວຍເຫຼືອວັດຊິນ Pfizer 1ລ້ານໂດສ ແລະ ສົ່ງມາເຖິງຫວຽດນາມໃນໄວໆນີ້.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top