• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຢາກສືບຕໍ່ເຈລະຈາດ້ານການຄ້າ ກັບ ຈີນ

      ອໍານາດການປົກຄອງ ອາເມລິກາ Donald Trump ຢາກສືບຕໍ່ດໍາເນີນບັນດາການເຈລະຈາດ້ານການຄ້າກັບ ຈີນ ແລະ ຍັງຄົງຂຶ້ນແຜນຕ້ອນຮັບຄະນະປະຕິບັດງານຈີນ ໄປຍັງ ອາເມລິກາ ເພື່ອເຊື່ອມຕໍ່ການເຈລະຈາໃນເດືອນ ກັນຍາ ຈະມາເຖິງ.
        ເມື່ອຕອບສໍາພາດຕໍ່ນັກຂ່າວຊ່ອງໂທລະພາບ CNBC ໃນວັນທີ 06 ສິງຫາ, ທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດຂອງທໍານຽບຂາວ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ບໍ່ມີຄວາມພໍໃຈຕໍ່ໝາກຜົນຂອງການເຈລະຈາດ້ານການຄ້າ ທີ່ຫາກໍດໍາເນີນຢູ່ປັກກິ່ງ ເມື່ອຕົ້ນເດືອນນີ້. ທ່ານ Larry Kudlow ກ່າວຕື່ມອີກວ່າ ທ່ານປະທານາທິບໍດີ Donald Trump ຢາກສືບຕໍ່ເຈລະຈາ ແລະ ກ້າວໄປເຖິງການບັນລຸໄດ້ຂໍ້ຕົກລົງ ແຕ່ຕ້ອງແມ່ນຂໍ້ຕົກລົງທີ່ມີປະໂຫຍດສໍາລັບ ອາເມລິກາ. ກໍຕາມທ່ານ Larry Kudlow ແລ້ວ, ປັດຈຸບັນ ອໍານາດການປົກຄອງ Donald Trump ຍັງບໍ່ຄໍານຶງເຖິງບັນດາບາດກ້າວເດີນຕໍ່ໄປ ສໍາລັບບັນດາການກະທໍາກ່ຽວກັບເງິນຕາຂອງ ຈີນ ແລະ ຈະສືບຕໍ່ໜູນຊ່ວຍຊາວກະສິກອນ ອາເມລິກາ ຖ້າຫາກມີຄວາມຈໍາເປັນ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top