• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຢັ້ງຢືນຄວາມອາດສາມາດປະທານາທິບໍດີ ຢູແກຼນ ເຂົ້າຮ່ວມກອງປະຊຸມສຸດຍອດ Alaska

ທ່ານ Volodymyr Zelensky, ປະທານນາທິບໍດີ ຢູແກຼນ ອາດຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ໃນອາທິດນີ້ຢູ່ລັດ Alaska
ທ່ານ Matthew Whitaker, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອົງການສົນທິສັນຍາອັດລັງຕິກເໜືອ (ພາບ: REUTERS/Marta Fiorin)

ວັນທີ 10 ສິງຫາ, ທ່ານ Matthew Whitaker, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ໃຫ້ຮູ້ວ່າ, ທ່ານ Volodymyr Zelensky, ປະທານນາທິບໍດີ ຢູແກຼນ ອາດຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາເມລິກາ - ລັດເຊຍ ໃນອາທິດນີ້ຢູ່ລັດ Alaska, ໃນສະພາບການທີ່ບັນດາການນຳ ເອີລົບ ພວມຊຸກຍູ້ເລື່ອງ ກີແອັບ ເຂົ້າຮ່ວມບັນດາການເຈລະຈາເພື່ອຢຸດຕິການປະທະກັນ.

ເມື່ອຕອບຄຳຖາມຂອງນາຖານີໂທລະພາບ CNN ກ່ຽວກັບເລື່ອງ ທ່ານ Volodymyr Zelensky, ປະທານນາທິບໍດີ ຢູແກຼນ ອາດຈະເຂົ້າຮ່ວມກອງປະຊຸມພ້ອມກັບທ່ານ Donald Trump, ປະທານາທິບໍດີ ອາເມລິກາ ແລະ ຄູ່ຕຳແໜ່ງ ລັດເຊຍ ທ່ານ Vladimir Putin ໃນວັນທີ 15 ສິງຫາ ຈະມາເຖິງຫຼືບໍ່, ທ່ານ Matthew Whitaker ໃຫ້ຮູ້ວ່າ, ສິ່ງນັ້ນອາດຈະເກີດຂຶ້ນ.

ເລື່ອງຈັດກອງປະຊຸມສຸດຍອດເພື່ອຊອກຫາທາງອອກໃຫ້ແກ່ການປະທະກັນຢູ່ ຢູແກຼນ ແຕ່ບໍ່ມີການເຂົ້າຮ່ວມຂອງການນຳ ຢູແກຼນ ໄດ້ເຮັດໃຫ້ສ້າງຄວາມວິຕົກກັງວົນກ່ຽວກັບຄວາມອາດສາມາດທີ່ວ່າ ກີແອັບ ຕ້ອງມອບໂອນດດິນແດນສ່ວນໜຶ່ງ.

(ແຫຼ່ງຄັດຈາກ VOV)

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ໂຮງໝໍກາງສະໜາມຂັ້ນ 2 ເລກ 7 ຍົກສູງກຳລັງຮັບມືກັບພະຍາດທີ່ຄະນະປະຕິບັດງານ UNMISS

ຈຸດເດັ່ນຂອງບັນດາການເຄື່ອນໄຫວແມ່ນການຝຶກຊ້ອມລວມ ດ້ວຍການຕິດຕາມ ແລະ ແລກປ່ຽນວິຊາສະເພາະຂອງຜູ້ຕາງໜ້າບັນດາໂຮງໝໍກາງສະໜາມ ແລະ ຫົວໜ່ວຍສາທາລະນະສຸກສາກົນທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ.

Top