• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ - ຈີນ ເລີ່ມດໍາເນີນການເຈລະຈາດ້ານການຄ້າຮອບໃໝ່ ຢູ່ ປັກກິ່ງ

      ວັນທີ 01 ພຶດສະພາ, ຈີນ ແລະ ອາເມລິກາ ເລີ່ມດໍາເນີນການເຈລະຈາດ້ານການຄ້າຮອບໃໝ່ ຢູ່ນະຄອນຫຼວງ ປັກກິ່ງ ປະເທດ ຈີນ.

ຜູ້ຕາງໜ້າດ້ານການຄ້າ Robert Lighthizer,  ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ແລະ ທ່ານລັດຖະມົນຕີກະຊວງການເງິນ Steven Mnuchin (ພາບ: THX/TTXVN)
      ຄະນະເຈລະຈາ ຂອງ ອາເມລິກາ ໂດຍທ່ານລັດຖະມົນຕີກະຊວງການເງິນ Steven Mnuchin ພ້ອມດ້ວຍຜູ້ຕາງໜ້າດ້ານການຄ້າ Robert Lighthizer ນໍາໜ້າ.
        ສອງຝ່າຍ ຈະດໍາເນີນບັນດາການປຶກສາຫາລືທີ່ແກ່ຍາວເປັນເວລາ 01 ວັນ. ກ່ອນໜ້ານັ້ນ, ທ່ານລັດຖະມົນຕີ Mnuchin  ໃຫ້ຮູ້ວ່າ ສອງຝ່າຍໄດ້ມີການເຮັດວຽກຢ່າງດີງາມ ເມື່ອຄະນະເຈລະຈາຝ່າຍ ອາເມລິກາ ໄປຮອດ ປັກກິ່ງ ໃນຕອນຄໍ່່າວັນທີ 30 ເມສາ. ພາຍຫຼັງຮອບເຈລະຈາຄັ້ງນີ້, ໃນອາທິດຈະມາເຖິງ,  ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ຈະເດີນທາງໄປ ວໍຊີງຕັນ ເພື່ອເຂົ້າຮ່ວມຮອບເຈລະຈາຄັ້ງຕໍ່ໄປ, ເຊິ່ງໄດ້ຮັບຖືວ່າ ແມ່ນການເຈລະຈາຮອບສຸດທ້າຍຂອງວິວັດການເຈລະຈາ.
        ກ່ອນທີ່ດໍາເນີນການເຈລະຈາຮອບດັ່ງກ່າວ, ວັນທີ 25 ເມສາ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່່າ ທ່ານຈະຕ້ອນຮັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢູ່່ທໍານຽບຂາວ ໃນໄວໆນີ້ ເພື່ອແນໃສ່ສ້າງຕັ້ງພື້ນຖານໃຫ້ແກ່ຂໍ້ຕົກລົງດ້ານການຄ້າທີ່ມີຄວາມສາມາດບົ່ມຊ້ອນ ລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top