• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ - ຈີນ ເລີມຕົ້ນການເຈລະຈາດ້ານການຄ້າຂັ້ນສູງຮອບໃໝ່

ນີ້ແມ່ນການເຈລະຈາດ້ານການຄ້າຂັ້ນສູງຮອບທີສອງ ລະຫວ່າງສອງພື້ນຖານເສດຖະກິດແຖວໜ້າຂອງໂລກ ໃນຄວາມມານະພະຍາຍາມແກ້ໄຂການຂັດແຍ້ງກັນດ້ານການຄ້າ ທີ່ມີການກໍານົດເວລາສຸດທ້າຍແມ່ນວັນທີ 01 ມີນາ. 
ຈີນ ແລະ ອາເມລິກາ ໄດ້ ເລີ່ມຕົ້ນການເຈລະຈາດ້ານການຄ້າຂັ້ນສູງຮອບໃໝ່ຢູ່ປັກກິ່ງ ເຊິ່ງເລີ່ມດໍາເນີນແຕ່ຕອນເຊົ້າວັນທີ 14 ກຸມພາ. ບັນດາການເຈລະຈາຖືກດໍາເນີນມາເປັນເວລາສອງວັນ. ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ພ້ອມກັບ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer ເປັນປະທານຮ່ວມບັນດາການເຈລະຈາ. ຜູ້ວ່າການທະນາຄານສູນກາງຈີນ  ອີ່ກາງ ກໍໄດ້ເຂົ້າຮ່ວມການເຈລະຈາດັ່ງກ່າວ.
ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ພ້ອມກັບ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ຜູ້ຕາງໜ້າດ້ານການຄ້າ ອາເມລິກາ Robert Lighthizer  (ພາບ: AFP)

 

ນີ້ແມ່ນການເຈລະຈາດ້ານການຄ້າຂັ້ນສູງຮອບທີສອງ ລະຫວ່າງສອງພື້ນຖານເສດຖະກິດແຖວໜ້າຂອງໂລກ ໃນຄວາມມານະພະຍາຍາມແກ້ໄຂການຂັດແຍ້ງກັນດ້ານການຄ້າ ທີ່ມີການກໍານົດເວລາສຸດທ້າຍແມ່ນວັນທີ 01 ມີນາ. ຮອບເຈລະຈາກ່ອນໜ້ານັ້ນ ຖືກຈັດຂຶ້ນຢູ່ ວໍຊິງຕັນ ໃນທ້າຍເດືອນມັງກອນທີ່ຜ່ານມາ ໄດ້ຮັບການຕີລາຄາວ່າ ບັນລຸຄວາມຄືບໜ້າຈໍານວນໜຶ່ງ, ແຕ່ບໍ່ມີຂໍ້ຕົກລົງໃດໆ ໄດ້ຮັບການປະກາດ.

        ຕາມສໍານັກຂ່າວສານ Bloomberg, ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມຄິດໄລ່ຊັ່ງຊາຕໍ່ກໍານົດເວລາຕື່ມອີກ 60 ວັນ ສໍາລັບກໍານົດເວລາສຸດທ້າຍທີ່ຈະຈັດວາງອັດຕາພາສີຢູ່່ໃນລະດັບສູງ ສໍາລັບສິນຄ້າທີ່ນໍາເຂົ້າຈາກຈີນ ທີ່ມີມູນຄ່າ 200 ຕື້ USD ຄືວັນທີ 01 ມີນາ. ເມື່ອຄັດສະເໜີບັນດາແຫຼ່ງຂ່າວທີ່ບໍ່ໃຫ້ເຜີຍຊື່ນັ້ນ, ສໍານັກຂ່າວສານ Bloomberg ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump  ພວມຄິດໄລ່ຊັ່ງຊາແກ່ຍາວກໍານົດເວລາສຸດທ້າຍ ເພື່ອມີເວລາເພີ່ມເຕີມໃຫ້ແກ່ບັນດາການເຈລະຈາ ກ່ຽວກັບດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ.

(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top