ວັນທີ 14 ກັນຍາ, ບັນດາຄະນະຜູ້ແທນຂອງ ອາເມລິກາ ແລະ ຈີນ ໄດ້ຈັດກອງປະຊຸມຢູ່ນະຄອນຫຼວງ Madrid ຂອງ ແອັດສະປາຍ, ດຳເນີນການສົນທະນາກ່ຽວກັບບັນດາບັນຫາເສດຖະກິດ ແລະ ການຄ້າ. ລັດຖະບານ ແອັດສະປາຍ ໃຫ້ຮູ້ວ່າ ການເຈລະຈາດ້ານການຄ້າພວມດຳເນີນໄປຢູ່ສຳນັກງານກະຊວງການຕ່າງປະເທດຂອງປະເທດນີ້, ທີ່ນະຄອນຫຼວງ Madrid. ນຳໜ້າຄະນະຜູ້ແທນຝ່າຍ ອາເມລິກາ ເຂົ້າຮ່ວມການເຈລະຈາແມ່ນທ່ານລັດຖະມົນຕີກະຊວງການເງິນ Scott Bessent, ໃນຂະນະນັ້ນ, ນຳໜ້າຄະນະຜູ້ແທນ ຈີນ ແມ່ນທ່ານຮອງນາຍົກລັດຖະມົນຕີ ເຄືອລິເຟິງ.
ວັນທີ 12 ກັນຍາ, ໂຄສົກກະຊວງການຄ້າ ຈີນ ກໍ່ຢືນຢັນຫຼັກໝັ້ນຂອງ ຈີນ ແມ່ນຈະແຈ້ງ ແລະ ສະເໝີຕົ້ນສະເໝີປາຍ, ຢືນຢັນວ່າ ປະເທດນີ້ຕັດສິນໃຈປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາວິສາຫະກິດ, ພ້ອມກັນນັ້ນ ກໍ່ຈະແກ້ໄຂບັນຫານີ້ໃຫ້ສອດຄ່ອງກັບບັນດາຂໍ້ກຳນົດກົດໝາຍທີ່ກ່ຽວຂ້ອງ.