• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຣັບບິ ຊາອຸດິ ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ຊູດັງ ຢຸດການເຄື່ອນໄຫວປິນຂັ້ນໄດດ້ານການທະຫານ

ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບິ ຊາອຸດິ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງບັນດາຝ່າຍຢູ່ ຊູດັງ ປະຕິບັດບັນດາຄຳໝັ້ນສັນຍາຂອງເຂົາເຈົ້າເພື່ອແນໃສ່ຮັບປະກັນວຽກງານມະນຸດສະທຳໄດ້ດຳເນີນໄປດ້ວຍຄວາມສະດວກ
ຄວັນຂຶ້ນພາຍຫຼັງການປະທະກັນ ຢູ່ນະຄອນຫຼວງ Khartoum, ຊູດັງ ໃນວັນທີ 22/7/2023 (ພາບ:AFP/TTXVN)

ວັນທີ 30 ກໍລະກົດ, ສຳນັກຂ່າວສານ SPA ຂອງປະເທດ ອາຣັບບິ ຊາອຸດິ ໃຫ້ຮູ້ວ່າ: ທ່ານ Faisal bin Farhan Al Saud ໄດ້ກະຕຸກຊຸກຍູ້ບັນດາຝ່າຍເຂົ້າຮ່ວມການສຸຮົບຢູ່ ຊູດັງ ຈົ່ງຢຸດຕິ “ການເຄື່ອນໄຫວປິນຂັ້ນໄດດ້ານການທະຫານດ້ວຍທຸກໆຮູບແບບ” ແລະ ຊອກຫາມາດຕະການການເມືອງ ເຊິ່ງອາດສາມາດຮັບປະກັນໃຫ້ປະເທດ ອາບຟຣີກາ ນີ້ມີຄວາມໝັ້ນຄົງ ແລະ ມີສະຖຽນລະພາບ. ຕາມ SPA ແລ້ວ, ໃນການເຈລະຈາກັບທ່ານ Abdel Fattah Al-Burhan, ເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ ຊູດັງ (SAF) ໄດ້ຮຽກຮ້ອງບັນດາຝ່າຍເຂົ້າຮ່ວມການສຸ້ຮົບຢູ່ ຊູດັງ “ຟື້ນຟູຄວາມສະຫງົບ” ແລະ ໃຫ້ບຸລິມະສິດເພື່ອຜົນປະໂຫຍດແຫ່ງຊາດຂອງເຂົາເຈົ້າ. ທ່ານລັດຖະມົນຕີການຕ່າງປະເທດ ອາຣັບບິ ຊາອຸດິ ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງບັນດາຝ່າຍຢູ່ ຊູດັງ ປະຕິບັດບັນດາຄຳໝັ້ນສັນຍາຂອງເຂົາເຈົ້າເພື່ອແນໃສ່ຮັບປະກັນວຽກງານມະນຸດສະທຳໄດ້ດຳເນີນໄປດ້ວຍຄວາມສະດວກ ກໍ່ຄືຄວາມປອດໄພສຳລັບປະຊາຊົນ ແລະ ບັນດາພາລະກອນທີ່ດຳເນີນວຽກງານກູ້ໄພກູ້ຊີບ.

ການປະທະກັນລະຫວ່າງກອງທັບ ຊູດັງ ແລະ ກຸ່ມ RSF ໄດ້ເກີດຂຶ້ນໃນກາງເດືອນ ເມສາ ທີ່ຜ່ານມາ ໄດ້ກໍ່ໃຫ້ເກີດວິກິດການມະນຸດສະທຳຢູ່ປະເທດນີ້. ຕາມກະຊວງສາທາລະນະສຸກຊູດັງແລ້ວ, ມາຮອດປະຈຸບັນ, ບັນດາການປະທະກັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກ່ວາ 3.000 ຄົນ ແລະ ຢ່າງໜ້ອຍສຸດ 6.000 ຄົນຮັບບາດເຈັບ. ຕາມຕົວເລກຂອງ ສປຊ ແລ້ວ, ການປະທະກັນກໍ່ເຮັດໃຫ້ຫຼາຍກ່ວາ 3 ລ້ານຄົນຕ້ອງປະລະເຮືອນຊານບ້ານຊ່ອງໄປອົບພະຍົບຢູ່ແຫ່ງອື່ນ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top