• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 47: ຈະບໍ່ມີຖະແຫຼງການຮ່ວມດ້ານການຄ້າກັບ ອາເມລິກາ

ບັນດາກອງປະຊຸມກະກຽມໃຫ້ສະໄໝປະຊຸມ ບໍ່ໄດ້ເຕື້ອງເຖິງບັນຫານີ້, ແລະ ເລື່ອງບັນດາປະເທດ ອາຊຽນ ຍົກອອກທັດສະນະເອງ, ເຮັດວຽກໂດຍກົງກັບ ອາເມລິກາ ແມ່ນສອດຄ່ອງກັບທ່າອ່ຽງທະວີພາຄີຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump.
ທ່ານ Mohamad Hasan ລັດຖະມົນຕີການຕ່າງປະເທດ ມາເລເຊຍ (ພາບ: REUTERS/Chalinee Thirasupa)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 25 ຕຸລາ, ກ່ອນຈັດກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 47, ທ່ານ Mohamad Hasan ລັດຖະມົນຕີການຕ່າງປະເທດ ມາເລເຊຍ ຢືນຢັນວ່າ ອາຊຽນ ຈະບໍ່ຍົກອອກຖະແຫຼງການຮ່ວມກ່ຽວຂ້ອງເຖິງການຄ້າ ຫຼື ພາສີອາກອນກັບ ອາເມລິກາ ໃນກອງປະຊຸມຄັ້ງນີ້.

ຕາມທ່ານ Mohamad Hasan ແລ້ວ, ບັນດາກອງປະຊຸມກະກຽມໃຫ້ສະໄໝປະຊຸມ ບໍ່ໄດ້ເຕື້ອງເຖິງບັນຫານີ້, ແລະ ເລື່ອງບັນດາປະເທດ ອາຊຽນ ຍົກອອກທັດສະນະເອງ, ເຮັດວຽກໂດຍກົງກັບ ອາເມລິກາ ແມ່ນສອດຄ່ອງກັບທ່າອ່ຽງທະວີພາຄີຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump. ກ່ຽວກັບການພົວພັນກັບສະຫະປະພາບເອີລົບ, ທ່ານໃຫ້ຮູ້ວ່າ ອາຊຽນ ແລະ ອີຢູ ພວມຢູ່ໃນໄລຍະສຸດທ້າຍຂອງວິວັດການເຈລະຈາສັນຍາການຄ້າເສລີ ອາຊຽນ - ອີຢູ (FTA), ດ້ວຍຄວາມຕັ້ງໜ້າຫຼາຍຢ່າງ.

ມີເນື້ອໃນສຳຄັນອື່ນອີກ ນັ້ນແມ່ນຖະແຫຼງການຮ່ວມລະຫວ່າງ ໄທ ແລະ ກຳປູເຈຍ, ຄາດວ່າຈະໄດ້ລົງນາມໃນຂອບເຂດກອງປະຊຸມ ໂດຍການເປັນສັກຂີພິຍານຂອງ ມາເລເຊຍ ແລະ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດທີ່ມາເຂົ້າຮ່ວມພິທີລົງນາມສົນທິສັນຍາ ຮ່າໂນ້ຍ

ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການເຂົ້າຮ່ວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນທີ່ເຫດການມີລັກສະນະທົ່ວໂລກນີ້ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີສາກົນ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍລວມຂອງມວນມະນຸດ.

Top