• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ຫວຽດນາມ ​ແ​ມ່່ນສະມາຊິກ​ທີ່ມີ​ຄວາມ​ຮັບຜິດຊອບ ​ແລະ ສຸດ​ຈິດ​ສຸດ​ໃຈ

ດ້ວຍຖານະເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ມີຄວາມຮັບຜິດຊອບໃນການນໍາພາ ອາຊຽນ ຜ່ານຜ່າບັນດາຄວາມຫຍຸ້ງຍາກທີ່ພວມປະເຊີນໜ້າໃນປັດຈຸບັນ ແລະ ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ ເປັນການພິສູດໃຫ້ເຫັນວ່າ ຫວຽດນາມ ຖືຖານະສະມາຊິກຂອງ ອາຊຽນ ເປັນສໍາຄັນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມທາງອອນລາຍປຶກສາຫາລືກ່ຽວກັບມາຕດະການຮັບມືກັບໂລກລະບາດໂຄວິດ - 19 ຖືກດໍາເນີນໃນວັນທີ 24 ເມສາ 2020 ຢູ່ຮ່າໂນ້ຍ (ພາບ: TTXVN)

ທ່ານປະລິນຍາເອກ Munir Majid, ປະທານທະນາຄານ Muamalat ມາເລເຊຍ, ປະທານສະມາຄົມນັກທຸລະກິດ ອາຊຽນ ມາເລເຊຍ (ASEAN – BAC ມາເລເຊຍ), ປະທານສະຖາບັນຄົ້ນຄວ້າ ອາຊຽນ CIMB, ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບ ແລະ ສຸດຈິດສຸດໃຈ ໃນຕະຫຼອດໄລຍະ 25 ປີ ຜ່ານມາ ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງອາຊຽນ ຢ່າງເປັນທາງການ. ຕາມທ່ານປະລິນຍາເອກ Munir Majid ແລ້ວ, ຫົວຂໍ້ຂອງປີປະທານ ອາຊຽນ 2020 “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເຊິ່ງ ຫວຽດນາມ ໄດ້ຍົກອອກມານັ້ນ ແມ່ນສອດຄ່ອງກັບສະພາບການຢ່າງແທ້ຈິງ, ໂດຍສະເພາະແມ່ນໃນສະພາບການທີ່ໂລກກໍາລັງຮັບມືກັບໂລກລະບາດໂຄວິດ - 19. ທ່ານເນັ້ນໜັກວ່າ ດ້ວຍຖານະເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ມີຄວາມຮັບຜິດຊອບໃນການນໍາພາ ອາຊຽນ ຜ່ານຜ່າບັນດາຄວາມຫຍຸ້ງຍາກທີ່ພວມປະເຊີນໜ້າໃນປັດຈຸບັນ ແລະ ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ ເປັນການພິສູດໃຫ້ເຫັນວ່າ ຫວຽດນາມ ຖືຖານະສະມາຊິກຂອງ ອາຊຽນ ເປັນສໍາຄັນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top