• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ຫວຽດນາມ ປະກອບສ່ວນເຂົ້າໃນບັນດາເປົ້າໝາຍ, ຂໍ້ລິເລີ່ມ ແລະ ໂຄງການຮ່ວມມືໃນ ອາຊຽນ

      ດ້ວຍຖານະບົດບາດເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ມີ “ບົດບາດຕັ້ງໜ້າ ແລະ ສຳເລັດຜົນເປັນໜ້າຊື່ນຊົມ”, ພິເສດແມ່ນໃນການນຳພາປະຕິບັດບັນດາຂໍ້ລິເລີ່ມ ແລະ ບຸລິມະສິດຂອງ ອາຊຽນ ໃນສະພາບການບັນດາປະເທດໃນພາກພື້ນ ແລະ ໃນໂລກພວມປະເຊີນໜ້າກັບບັນດາສິ່ງທ້າທາຍຈາກໂລກລະບາດໂຄວິດ-19. 

 
ຕາມທ່ານເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ອາຊຽນ
 ເອກະພາບ ພັນທະວົງ  (ພາບ: TTXVN)
      ຕາມທ່ານເອກອັກຄະລັດຖະທູດ - ຫົວໜ້າຄະນະຜູ້ຕາງໜ້າ ລາວ ປະຈຳ ອາຊຽນ ເອກະພາບ ພັນທະວົງ ແລ້ວ, ຫວຽດນາມ ໄດ້ປະກອບສ່ວນເພີ່ມທະວີບັນດາຄວາມມານະພະຍາຍາມ ແລະ ການພົວພັນຄູ່ຮ່ວມມືຂອງ ອາຊຽນ ແນໃສ່ກະກຽມໃຫ້ແກ່ການປ້ອງກັນ, ຕ້ານ ແລະ ຫລຸດຜ່ອນບັນດາການກະທົບຈາກໂລກລະບາດທີ່ມີຕໍ່ວິທີຫາເງິນລ້ຽງຊີບຂອງປະຊາຊົນລົງ ກໍ່ຄືພື້ນຖານເສດຖະກິດ, ໃນນັ້ນ ມີການສ້າງຕັ້ງກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ-19, ສ້າງສາງສະສົມອຸປະກອນການແພດຈຳເປັນ.
        ທ່ານເອກອັກຄະລັດຖະທູດ ເອກະພາບ ພັນທະວົງ ສະແດງຄວາມເຊື່ອໝັ້ນຢ່າງແຮງວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນສຳຄັນ ແນໃສ່ບັນລຸໄດ້ບັນດາເປົ້າໝາຍ, ຂໍ້ລິເລີ່ມ ແລະ ໂຄງການຮ່ວມມືໃນ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ ແນໃສ່ປັບປຸງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງແຈ້ງໃຫ້ຊາບແຜນນະໂຍບາຍໃຫຍ່ຂອງຫວຽດນາມ ໃນການສ້າງສອງສູນການເງິນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

Top