• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ກຸ່ມເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຈັດກອງປະຊຸມອອນລາຍ

      ວັນທີ 12 ພຶດສະພາກຸ່ມເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຈັດກອງປະຊຸມອອນລາຍ  (ADSOM WG) ຢູ່ຮ່າໂນ້ຍ. ກອງປະຊຸມເພື່ອແນໃສ່ຊຸກຍູ້ບັນດາຂໍ້ລິເລີ່ມຂອງ ຫວຽດນາມໃນປີເປັນປະທານອາຊຽນ 2020 ແລະ ກະກຽມໃຫ້ແກ່ກອງປະຊຸມອອນລາຍ ເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ  (ADSOM) ເຊິ່ງຈະໄດ້ຈັດຕັ້ງຂຶ້ນໃນວັນທີ 15 ພຶດສະພາຈະມາເຖິງ.

ກອງປະຊຸມທາງອອນລາຍ ADSOM WG (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວຫນ້າ ເຈົ້າຫນ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຫວຽດນາມ ( ADSOM - ຫວຽດນາມ)ໄດ້ເນັ້ນໜັກວ່າ: ໃນຖານະຕຳແໜ່ງແມ່ນປະເທດເຈົ້າພາບຈັດຕັ້ງ, ຫວຽດນາມ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນເພື່ອປະຕິບັດສຳເລັດເນື້ອໃນທີ່ວາງອອກດ້ວຍໝາກຜົນທີ່ດີທີ່ສຸດ, ປອດໄພທີ່ສຸດ ແລະ ສູງສຸດ. ທ່ານພົນໂທຫງວຽນຈີວິ້ງໄດ້ສະເໜີວ່າ ກອງປະຊຸມຕີລາຄາຄືນໃໝ່ປະສິດທິຜົນຂອງບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ຫຼາຍຝ່າຍລະຫວ່າງ ບັນດາປະເທດອາຊຽນກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ກໍ່ຄືບັນດາໂຄງການດຳເນີນງານອາຊຽນ 2020 ແລະ ກະກຽມແຜນການໃໝ່ເພື່ອບັນລຸໄດ້ໝາກຜົນດີທີ່ສຸດ.
            ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດຂອງ ອາຊຽນໃນປີ 2020, ດ້ວຍບາງເນື້ອໃນຫຼັກແຫຼ່ງແມ່ນ: ອັບເດດວິວັດທະນາການຮ່ວມມືດ້ານປ້ອງກັນຊາດ ອາຊຽນຕີລາຄາບາງຂໍ້ລິເລີ່ມໃໝ່ໃນ ADMM, ແຜນການເຄື່ອນໄຫວ 3 ປີຂອງ ADMM (2020 - 2022), ແຜນການເຄື່ອນໄຫວ 3 ປີ ຂອງບັນດາກຸ່ມນັກຊ່ຽວຊານ ADMM+ (2020 - 2022)
 (ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top