• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ບັນດາອົງການຮ່ວມສຳພັນກັນເພີ່ມທະວີການຮ່ວມມື

ບັນດາຜູ້ແທນໄດ້ຊອກຮູ້ກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ຢູ່ພາກພື້ນ ແລະ ບັນດາປະຕິກິລິຍາຂອງອາຊຽນ, ພິເສດແມ່ນວິທີການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ.


ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi

(ພາບ: baoquocte.vn)


ວັນທີ 20 ຕຸລາ, ຄະນະເລຂາອາຊຽນ ໄດ້ຈັດເວທີປາໄສບັນດາອົງການຮ່ວມສຳພັນກັນເພີ່ມທະວີກັບອາຊຽນ ຄັ້ງທີ 4 ທາງອອນລາຍ, ມີຜູ້ແທນປະມານ 150 ທ່ານທີ່ຕາງໜ້າໃຫ້ບັນດາສະມາຊິກລັດຖະສະພາ, ຊາວໜຸ່ມ, ອົງການຈັດຕັ້ງສັງຄົມ, ສະມາຄົມດຳເນີນທຸລະກິດ ແລະ ວິຊາຊີບອາຊຽນ… ເຂົ້າຮ່ວມ.

        ທີ່ເວທີປາໄສ, ບັນດາຜູ້ແທນໄດ້ຊອກຮູ້ກ່ຽວກັບຜົນກະທົບຂອງໂລກລະບາດໂຄວິດ-19 ຢູ່ພາກພື້ນ ແລະ ບັນດາປະຕິກິລິຍາຂອງອາຊຽນ, ພິເສດແມ່ນວິທີການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ເພື່ອແນໃສ່ສ້າງກອບຟື້ນຟູພາຍຫຼັງໂລກລະບາດ. ບັນດາຜູ້ແທນກໍ່ໄດ້ປຶກສາຫາລື, ແບ່ງປັນທັດສະນະກ່ຽວກັບວິວັດທະນາການຜັນຂະຫຍາຍວິໄສທັດອາຊຽນ 2025.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານ Michael Tene, ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບບັນດາບັນຫາປະຊາຄົມ ແລະ ວິສາຫະກິດ ໄດ້ຮຽກຮ້ອງໃຫ້ອາຊຽນ ແລະ ບັນດາອົງການຮ່ວມສຳພັນເພີ່ມທະວີການຮ່ວມມື ເພື່ອແນໃສ່ບັນລຸໄດ້ວິໄສທັດອາຊຽນ 2025, ພ້ອມທັງປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມ ເພື່ອແນໃສ່ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ ລັດ​ເຊຍ Mikhail Mishustin ສົນທະນາກັບ​ວ​ິ​ສາ​ຫະ​ກິດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ ລັດ​ເຊຍ Mikhail Mishustin ສົນທະນາກັບ​ວ​ິ​ສາ​ຫະ​ກິດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Mikhail Mishustin ເປັນເຈົ້າພາບກອງປະຊຸມສົນທະນາວິສາຫະກິດຂັ້ນສູງ ຫວຽດນາມ - ສະຫະພັນ ລັດເຊຍ ດ້ວຍຫົວຂໍ້ “ພັດທະນາການຄ້າ - ການລົງທຶນ, ພະລັງງານ ແລະ ການຂົນສົ່ງ ຫວຽດນາມ - ສະຫະພັນ ລັດເຊຍ ແບບຍືນຍົງ”.

Top