• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ແລະ ຈີນ ເພີ່ມທະວີການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍ ພາຍຫຼັງໂລກລະບາດໂຄວິດ -19

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າບັນດາປະເທດ ອາຊຽນ ແລະ ຈີນ ຄວນເພີ່ມທະວີການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍ, ພ້ອມກັນຊຸກຍູ້ການຟື້ນຟູແບບຍືນຍົງພາຍຫຼັງໂລກລະບາດໂຄວິດ 19
  ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ກ່າວຄຳເຫັນທີ່ພິທີໄຂ (ພາບ:TTXVN)  

ໂດຍໄດ້ຮັບຄຳເຊື້ອເຊີນຂອງລັດຖະບານ ຈີນ, ວັນທີ 16 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂຕະຫຼາດນັດ ອາຊຽນ - ຈີນ ແລະ ກອງປະຊຸມສຸດຍອດການຄ້າການລົງທຶນ ອາຊຽນ - ຈີນ (CAEXPO ແລະ CABIS) ຄັ້ງທີ 19 ຢູ່ຫນາມໜິງ, ເຂດປົກຄອງດ້ວຍຕົນເອງຊົນເຜົ່າຈວາງ ກວາງສີ, ປະເທດຈີນ ຕາມຮູບແບບອັດວີດີໂອ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເນັ້ນໜັກວ່າບັນດາປະເທດ ອາຊຽນ ແລະ ຈີນ ຄວນເພີ່ມທະວີການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍ, ພ້ອມກັນຊຸກຍູ້ການຟື້ນຟູແບບຍືນຍົງພາຍຫຼັງໂລກລະບາດໂຄວິດ 19; ໃນນັ້ນ ຄວນໝູນໃຊ້ບັນດາກາລະໂອກາດຈາກສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະ ສັນຍາການຄ້າເສລີ ອາຊຽນ - ຈີນ (ACFTA), ຊຸກຍູ້ການຄ້າສອງຝ່າຍພັດທະນາດຸ່ນດ່ຽງ, ຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ  ສະເໜີໃຫ້ລັດຖະບານ ຈີນ ສ້າງເງື່ອນໄຂນຳເຂົ້າສິນຄ້າ, ຜະລິດຕະພັນກະເສດທີ່ມີຄຸນນະພາບຂອງ ຫວຽດນາມ ກໍ່ຄືຂອງບັນດາປະເທດ ອາຊຽນ ຫຼາຍກ່ວາອີກ; ສົມທົບກັນຮັກສາຄວາມເປັນປົກກະຕິໃນລະບົບການສະໜອງ, ລະບົບການຜະລິດ ແລະ ການເຄື່ອນໄຫວຈໍລະຈອນຜ່ານແດນຂອງສິນຄ້າຢ່າງສະດວກໃນທຸກກໍລະນີ; ຊຸກຍູ້ວິທີການຂົນສົ່ງສິນຄ້າເປັນຫຼາຍຮູບແບບ ທັງທາງບົກ, ທາງລົດໄຟ, ທາງທະເລ, ທາງການບິນ…

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top