• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ສ້າງສະພາບແວດລ້ອມບໍ່ມີຄວັນຢາສູບ

ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືຫຼາຍຫົວຂໍ້, ຄື: ຍົກສູງຄວາມຮູ້ ແລະ ກຳລັງຄວາມສາມາດປະຕິບັດສະພາບແວດລ້ອມບໍ່ມີຄວັນຢາສູບ; ແກ້ໄຂສິ່ງທ້າທາຍໃໝ່ໃນການປະຕິບັດສະພາບແວດລ້ອມບໍ່ມີຄວັນຢາສູບ; ເພີ່ມທະວີການຮ່ວມມືຢູ່ພາກພື້ນ ແລະ ທົ່ວໂລກກ່ຽວກັບການທ່ອງທ່ຽວບໍ່ມີຄວັນຢາສູບ…
ຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: baophapluat.vn)

ວັນທີ 28 ສິງຫາ, ຢູ່ນະຄອນ ເຫ້ວ, ກອງທຶນປ້ອງກັນ, ຕ້ານຜົນຮ້າຍຈາກຄວັນຢາສູບ (VNTCF), ກະຊວງສາທາລະນະສຸກ, ສົມທົບກັບສະຫະພັນຄວບຄຸມຢາສູບ ອາຊຽນ (SEATCA) ຈັດກອງປະຊຸມພາກພື້ນ ອາຊຽນ ຄັ້ງທີ 9 ກ່ຽວກັບການ “ສ້າງສະພາບແວດລ້ອມບໍ່ມີຄວັນຢາສູບ” ດ້ວຍການເຂົ້າຮ່ວມຂອງຜູ້ແທນຕາງໜ້າຫຼາຍປະເທດໃນພາກພື້ນ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືຫຼາຍຫົວຂໍ້, ຄື: ຍົກສູງຄວາມຮູ້ ແລະ ກຳລັງຄວາມສາມາດປະຕິບັດສະພາບແວດລ້ອມບໍ່ມີຄວັນຢາສູບ; ແກ້ໄຂສິ່ງທ້າທາຍໃໝ່ໃນການປະຕິບັດສະພາບແວດລ້ອມບໍ່ມີຄວັນຢາສູບ; ເພີ່ມທະວີການຮ່ວມມືຢູ່ພາກພື້ນ ແລະ ທົ່ວໂລກກ່ຽວກັບການທ່ອງທ່ຽວບໍ່ມີຄວັນຢາສູບ… ບົນພື້ນຖານບັນດາເນື້ອໃນນັ້ນ, ບັນດາປະເທດໄດ້ເປັນເອກະພາບບາດກ້າວລະອຽດ ແລະ ມານະພະຍາຍາມຮ່ວມມືກັນເພື່ອໂຄສະນາ, ຊຸກຍູ້ການທ່ອງທ່ຽວບໍ່ມີຄວັນຢາສູບໃນພາກພື້ນ. ກອງປະຊຸມດຳເນີນໄປຮອດວັນທີ 29 ສິງຫາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ກ່ຽວ​ກັບ​ວິ​ໄສ​ທັດ ແລະ ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2027

ຫວຽດ​ນາມ ແບ່ງ​ປັນ​ກ່ຽວ​ກັບ​ວິ​ໄສ​ທັດ ແລະ ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2027

APEC ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ແມ່ນ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິ​ດ​ແຖວ​ໜ້າ, ພ້ອມ​ທັງ​ສຸມ​ໃສ່​ສາມ​ບຸ​ລິ​ມະ​ສິດ​ໃຫຍ່​ຮອດ​ປີ 2035: ຊຸກ​ຍູ້​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ເສ​ລີ​ເປີດ; ຍົກ​ສູງ​ກຳ​ລັງ​ທົນ​ທານ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ລະ​ບົບ​ສະ​ໜອງ; ໝູນ​ໃຊ້​ໂອ​ກາດ​ຈາກວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ຫັນ​ເປັນ​ສີ​ຂຽວ, ແນ​ໃສ່​ຮັບ​ປະ​ກັນ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ກວມ​ລວມ.

Top