• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ສົ່ງເສີມບັນດາອົງການຈັດຕັ້ງສັງຄົມ ເພີ່ມທະວີການເຂົ້າຮ່ວມປະຊາຄົມ

      ວັນທີ 15 ຕຸລາ, ທີ່ສໍານັກງານຄະນະເລຂາ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ນະຄອນຫຼວງ Jakarta, ປະເທດ ອິນໂດເນເຊຍ ໄດ້ດໍາເນີນເວທີປາໄສຄັ້ງທີ 2 ບັນດາອົງການຈັດຕັ້ງສັງຄົມ ຮ່ວມສໍາພັນກັບ ອາຊຽນ. 

ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ກ່າວຄໍາເຫັນທີ່ເວທີປາໄສ
(ພາບ: Do Quyen/TTXVN)
       ເວທີປາໄສຄັ້ງນີ້ ແມ່ນເພື່ອແນໃສ່ສະໜອງຂໍ້ມູນຂ່າວສານ ພ້ອມທັງແມ່ນການສົ່ງເສີມບັນດາອົງການສັງຄົມປຶກສາຫາລື ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງດັ່ງກ່າວ ກັບ ອາຊຽນ ໃນ ອະນາຄົດ.
        ທີ່ເວທີປາໄສ, ບັນດາຜູ້ແທນມາຈາກບັນດາປະເທດ ໄດ້ແບ່ງປັນບົດຮຽນ, ລວມທັງການຮ່ວມມືກັບບັນດາຝ່າຍກ່ຽວຂ້ອງ ເຖິງສະພາບການຢູ່ພາຍໃນ ແລະ ພາຍນອກ ອາຊຽນ. ບັນດາຜູ້ແທນກໍ່ປຶກສາຫາລືກ່ຽວກັບບັນດາຂໍ້ມູນຂ່າວສານອັບເດດ ແລະ ບຸລິມະສິດຂອງປະຊາຄົມອາຊຽນ, ຊຸກຍູ້ການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມ ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ເພື່ອແນໃສ່ຕອບສະໜອງວິໄສທັດຂອງປະຊາຄົມ ອາຊຽນ, ລວມທັງບັນດາພົນລະເມືອງ ອາຊຽນ ທັງໝົດ ແລະ ຖືມະນຸດເປັນໃຈກາງ.
 (ແຫຼ່ງຄັດຈາກ VOV)
 
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top