• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ, ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມື

2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມທັງການຄ້າ ແລະ ການລົງທຶນ, ທ່ອງທ່ຽວ, ຄຸ້ມຄອງໄພທຳມະຊາດ, ສາທາລະນະສຸກ, ການພັດທະນາແບບຍືນຍົງ, ການພົບປະແລກປ່ຽນປະຊາຊົນ…
  (ພາບປະກອບ: thediplomat.com)  

 ວັນທີ 25 ມີນາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມຄະນະກຳມະການຮ່ວມມືຮ່ວມ ອາຊຽນ - ຍີ່ປຸ່ນ ຄັ້ງທີ 16 ຢູ່ທີ່ນີ້ 2 ຝ່າຍໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືກວ່າອີກ ເພື່ອມຸ່ງໄປເຖິງພິທີສະເຫຼຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ - ຍີ່ປຸ່ນ ໃນປີ 2023. 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມທັງການຄ້າ ແລະ ການລົງທຶນ, ທ່ອງທ່ຽວ, ຄຸ້ມຄອງໄພທຳມະຊາດ, ສາທາລະນະສຸກ, ການພັດທະນາແບບຍືນຍົງ, ການພົບປະແລກປ່ຽນປະຊາຊົນ… ກໍຄືການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ; ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດກວ່າອີກ, ໃນນັ້ນມີການຜັນຂະຫຍາຍສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).

ເມື່ອແລກປ່ຽນທັດສະນະກ່ຽວກັບບັນດາການຜັນແປຢູ່ ອາຊຽນ ແລະ ຍີ່ປຸ່ນ, ກໍຄືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຍີ່ປຸ່ນ ໄດ້ຢືນຢັນຄືນໃໝ່ການສະໜັບສະໜູນວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP). 2 ຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືຢ່າງແທດຈິງ ອາຊຽນ - ຍີ່ປຸ່ນ ໃນ 4 ຂົງເຂດດັ່ງກ່າວໃນ AOIP, ສອດຄ່ອງກັບຖະແຫຼງການຮ່ວມ ອາຊຽນ - ຍີ່ປຸ່ນ ກ່ຽວກັບການຮ່ວມມື AOIP ເຊິ່ງບັນດາການນຳໄດ້ຮັບຮອງເອົາໃນປີ 2020.


(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ການນຳພັກ, ລັດເຂົ້າຮ່ວມພິທີປະກາດໂຮມຫົວໜ່ວຍບໍລິຫານຢູ່ທ້ອງຖິ່ນຕ່າງໆ

ທົ່ວປະເທດ ຫວຽດນາມ ໄດ້ຈັດພິທີປະກາດມະຕິ, ຂໍ້ຕົກລົງສະບັບຕ່າງໆຂອງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການໂຮມຫົວໜ່ວຍບໍລິຫານຂັ້ນແຂວງ, ຕາແສງ, ສ້າງຕັ້ງອົງການຈັດຕັ້ງພັກ

Top