• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ​ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​​ການ​ຮ່ວມ​ມື​ພັດ​ທະ​ນາ​ແຮ່ທາດແບບ​ຍືນ​ຍົງ

ສິ້ນສຸດການເຄື່ອນໄຫວຕ່າງໆຂອງ ກອງປະຊຸມຂັ້ນສູງ ອາຊຽນ ກ່ຽວກັບການຂຸດຄົ້ນແຮ່ທາດ, ຕອນບ່າຍວັນທີ 8 ຕຸລາ, ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບ ແຮ່ທາດ ຄັ້ງທີ 8 (AMMin 8) ໄດ້ອັດລົງຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ.
ຜູ້ແທນບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບ ແຮ່ທາດ ຄັ້ງທີ 8  (ພາບ: TTXVN)

ລັດຖະມົນຕີບັນດາປະເທດ ອາຊຽນກ່ຽວກັບການຂຸດຄົ້ນ ແຮ່ທາດ ໄດ້ແລກປ່ຽນ, ເປັນເອກະພາບໃນຫຼາຍມາດຕະການທີ່ຂ້ຽວຂາດ, ແທດຈິງ ເພື່ອຍູ້ແຮງການຮ່ວມມືເພື່ອຮັບມື ແລະ ຜ່ານຜ່າສິ່ງທ້າທາຍເຊິ່ງ ອາຊຽນ ຕ້ອງປະເຊີນໜ້າ, ຮັກສາທ່າຮ່ວມມື ແລະ ຍົກອອກການກຳນົດທິດໃຫຍ່ໃຫ້ແກ່ ປະຊາຄົມ ອາຊຽນ ໃນການພັດທະນາທີ່ນັບມື້ນັບເຂັ້ມແຂງ, ກາຍເປັນແກ່ນສານ ໃນພາກພື້ນຢ່າງແທ້ຈິງ. ກອງປະຊຸມເປັນເອກະພາບສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງອາຊຽນ ກັບຄູ່ຮ່ວມມື, ຢັ້ງຢືນ ຄຳໝັ້ນສັນຍາຢ່າງແຮງ ກັບການຮ່ວມມືຫຼາຍຝ່າຍ ກໍ່ຄືການຮ່ວມສຳພັນ ເພື່ອພ້ອມກັນຂຸດຄົ້ນ ອີງໃສ່ການເຄົາລົບກົດໝາຍສາກົນຂອງບັນດາປະເທດສະມາຊິກ.
(ແຫຼ່ງຄັດຈາກ VOV)

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top