• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນເພີ່ມທະວີການຮ່ວມສຳພັນພາຍໃນກຸ່ມ,ຍູ້ແຮງວຽກງານຮ່ວມມືກັບບັນດາຄູ່ຮ່ວມມື

ບັນ​ດາ​ສະ​ມາ​ຊິກ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: vietnamplus.vn)
      ຕອນ​ບ່າຍ​ວັນ​ທີ 27/02, ຢູ່​ສຳ​ນັກ​ງານ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ອ​ີ​ຕາ​ລີ, ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ຢູ່ ໂຣມ (ACR) ໄດ້​ຈ​ັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ ດ້ວຍ​ເນື້ອ​ໃນ “ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ພາຍ​ໃນ​ກຸ່ມ, ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື”. ທ່ານ​ປະ​ທານ ACR - ເອກ​ອັກ​ຄະ​ລັດ​ຖ​ະ​ທ​ູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ສ.ຫວຽດ​ນາມ ປະ​ຈຳ​ອີ​ຕາ​ລີ ກາວ​ຈິ໋ງ​ທ້ຽນ ໄດ້​ເປັນ​ປະ​ທານກອງ​ປ​ະ​ຊຸມ. ກອງ​ປ​ະ​ຊຸມ​ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ໂຄງ​ການ, ແຜນ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ໃນ​ໄລ​ຍະ​​ທີ່ຫວຽດ​ນາມ ເປັນ​ປະ​ທາ​ນ ACR, ກໍ​ຄື​ບັນ​ດາ​ການ​ເຄື່ອນ​ໄຫວ​ອື່ນໆ ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອາ​ຊຽນ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ແຂ່ງ​ຂັນ​ກິ​ລາ, ​ແລກ​ປ່ຽນວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ສະ​ຖານ​ທ​ູດ​ອາ​ຊຽນ ປະ​ຈຳ​ອ​ີ​ຕາ​ລີ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ​ອີ​ຕາ​ລີ…
        ເຂົ້າ​ຮ່ວມກອງ​ປ​ະ​ຊຸມນີ້, ທ່ານ Pier Ferdinando Casini, ປະ​ທານ​ກຳ​ມາ​ທິ​ການ​​ການ​ຕ່າງ​ປະ​ເທດ​ສະ​ພາ​ສູງ​ອີ​ຕາ​ລີ ຢືນ​ຢັນ​ວ່າ, ອີ​ຕາ​ລີ ປາດ​ຖະ​ໜາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ອາ​ຊຽນ ກວ່າ​ອີກ, ສະ​ໜັບ​ສະ​ໜູນ​ອາ​ຊຽນ ສ້າງ​ປະ​ຊ​າ​ຄົມ​​ອາ​ຊຽນສຳ​ເລັດ​ຜົນ, ກໍ​ຄື​ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top