• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນເປັນເຈົ້າການໃນການຮັບມື ແລະ ໜູນຊ່ວຍປະຊາຄົມວິສາຫະກິດ, ປະຊາຊົນໃນໄລຍະເກີດໂລກລະບາດ Covid – 19

      ທ່ານ ຫງວຽນກ໊ວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະສານງານປະຊາຄົມການເມືອງ ຄວາມໝັ້ນຄົງ ອາຊຽນຄັ້ງທີ 12 (ASCCO - 12) ຕາມຮູບການທາງອອນລາຍ.

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ  - ຫວຽດນາມ
ເຂົ້າຮ່ວມກອງປະຊຸມ
 ACCWG-PHE ຄັ້ງທີ 3
      ວັນທີ 1 ກັນຍາ, ໃນບົດບາດເປັນປະທານກຸ່ມປະຕິບັດງານລະຫວ່າງຂະແໜງຂຶ້ນກັບສະພາປະສານງານອາຊຽນກ່ຽວກັບການຮັບມືກັບບັນດາກໍລະນີສະພາວະສຸກເສີນທາງດ້ານສາທາລະນະສຸກ (ACCWG-PHE), ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ  - ຫວຽດນາມ ຮຽກຮ້ອງຈັດຕັ້ງກອງປະຊຸມ ACCWG-PHE ຄັ້ງທີ 3. ກ່າວຄຳເຫັນໃນຖານະທີ່ເປັນຜູ້ຕາງໜ້າ ປະທານອາຊຽນ 2020, ທ່ານ ຫງວຽນກ໊ວກຢຸງໄດ້ສະເໜີໃຫ້ບັນດາປະເທດອາຊຽນ ແລະ ຄະນະເລຂາອາຊຽນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້, ຜັນຂະຫຍາຍບັນດາຂໍ້ລິເລີ່ມຮັບມື, ຕ້ານໂລກລະບາດ Covid – 19, ປະຕິບັດສຳເລັດຂັ້ນຕອນຮັບຮູ້ກັບບັນດາກໍລະນີສະພາວະສຸກເສີນດ້ານສາທາລະນະສຸກທີ່ບັນລຸມາດຕະຖານຂອງອາຊຽນ ເພື່ອຍືນສະເໜີຕໍ່ກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ຮັບຮອງເອົາ…
        ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນກ໊ວກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະສານງານປະຊາຄົມການເມືອງ ຄວາມໝັ້ນຄົງ ອາຊຽນຄັ້ງທີ 12 (ASCCO - 12) ຕາມຮູບການທາງອອນລາຍ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top