ຕາແສງ ຕາມແທັງ ບໍ່ພຽງແຕ່ມີບັນດາຫາດຊາຍທະເລທີ່ສວຍງາມ, ມີໝູ່ບ້ານແຕ້ມຮູບໃສ່ຝາແຫ່ງງທຳອິດຂອງ ຫວຽດນາມ ເມື່ອປີ 2016 ເທົ່ານັ້ນ, ຫາກຍັງມີອາຊີບເຮັດນ້ຳປາແບບຫັດຖະກຳທີ່ເປັນມູນເຊື້ອອີກດ້ວຍ. ບໍ່ວ່າຄອບຄົວໃດຢູ່ເຂດທະເລ ຕາມແທັງ ກໍ່ຮູ້ຈັກການເອືອບປາ, ຢູ່ບ້ານໃດກໍ່ມີໄຫນ້ຳປາ ເພື່ອເປັນເຄື່ອງປຸງ ຫຼື ໃຊ້ໃນຄາບເຂົ້າ. ປະຈຸບັນ, ຕາແສງ ຕາມແທັງ ມີ 4 ບ້ານຄື: ຮວ່າຮ້າ, ຮວ່າຈູງ, ຈວ່າງເທື້ອງ ແລະ ຕິງຖຸ່ຍ ຊື່ງລວ້ນແຕ່ມີອາຊີບເຮັດນ້ຳປາ. ທ່ານ ເລວັນເກິບ, ຊາວບ້ານ ຮວ່າຈູງ, ຕາແສງ ຕາມແທັງ ໃຫ້ຮູ້ວ່າ:
ປະຈຸບັນ, ຕາແສງ ຕາມແທັງ ມີນັບສິບຄອບຄົວມີອາຊີບເຮັດນ້ຳປາ. ໝູ້ບ້ານອາຊີບເຮັດນ້ຳປາຍັງຮັກສາໄດ້ກົກເຄົ້າ, ມູນເຊື້ອຂອງປູ່ຍ່າປະໄວ້ໃຫ້. ນ້ຳປາ ຕາມແທັງ ມີກິ່ນພິເສດສະເພາະ, ລົດຊາດເຄັມພໍດີ, ສີສັນງາມ… ຕະຫຼາດໄດ້ນິຍົມນ້ຳປານີ້ ຍ້ອນໄດ້ເຮັດດ້ວຍວິທີທີ່ເປັນມູນເຊື້ອ, ນ້ຳປາຫວານດີ.
ນ້ຳປາ ຕາມແທັງ ມີຊື່ສຽງຍ້ອນວ່າມີລົດຊາດຫອມ, ຫວານເຄັມ, ບໍລິສຸດ ດ້ວຍລະດັບທາດໂປຼຕິນສູງກ່ວານ້ຳປາເຮັດຢູ່ບ່ອນອື່ນ. ເພື່ອໃຫ້ນ້ຳປາຫອມແຊບ, ຕ້ອງເອືອບປາກັບເກືອໃສ່ໃນໄຫ ເອົາໄວ້ຢູ່ບ່ອນຮົ່ມ, ກ້ອງຮົ່ມຊາຍຄາເຮືອນ. ປາໄດ້ເອືອບເປັນເວລາ 5 ເດືອນຈະມີສີເຫຼືອງອ່ອນ ແລະ ຫຼັງຈາກ 12 ເດືອນຈະມີສີນ້ຳຕານເຂັ້ມ, ເຊິ່ງໄດ້ບັນລຸມາດຖານເພື່ອກັ່ນຕອງເປັນນ້ຳປາ ແລະ ນຳໄປຈຳໜ່າຍ. ປາທີ່ເອົາໄປເຮັດນ້ຳປາ ຕາມແທັງ ແມ່ນປາໄສ້ຕັນ, ພາຍຫຼັງໄດ້ຫາປາໄສ້ຕັນຢູ່ທະເລແລ້ວ, ຊາວບ້ານຈະເອົາໄປເອືອບກັບເກືອ. ປ້າ ເຈິ່ນທິງອກລວານ, ຊາວບ້ານ ຮວ່າຈູງ, ຕາແສງ ຕາມແທັງ ໃຫ້ຮູ້ວ່າ:
ຖ້າຢາກມີຜະລິດຕະພັນທີ່ມີຄຸນນະພາບດີ, ຕ້ອງຄັດເລືອກປາໄສ້ຕັນສົດ, ສະໝ່ຳສະເໝີກັນ, ປານ້ອຍ ຫຼືໃຫ່ຍເກີນໄປ ກໍ່ບໍ່ແຊບ, ຕ້ອງໃຊ້ເກືອຂາວ, ເມັດສະເໝີກັນ. ພາຍຫຼັງເອົາປາມາຈາກທະເລ ຕ້ອງເອືອບປົນກັບເກືອແລ້ວເອົາໄວ້ໃນໄຫເປັນເວລາ 12 ເດືອນ ຕາມອັດຕາສ່ວນປາປະມານ 10 ໂລ ປົນກັບເກືອປະມານ 4 ໂລແມ່ນພໍດີ. ຈຸດພິເສດສະເພາະຂອງນ້ຳປາ ຕາມແທັງ ແມ່ນມີສີແຈ້ງ, ສີນ້ຳຕານເຂັ້ມ, ມີລົດຊາດເຄັມ, ຫວານຂອງທາດໂປຼຕິນ, ມີກິ່ນຫອມສະເພາະຂອງປາໄສ້ຕັນ. ນ້ຳປາຢູ່ທີ່ນີ້ໄດ້ເຮັດດ້ວຍມື, ບໍ່ມີສານກັນບູດ ແລະ ດີຕໍ່ສຸຂະພາບ.
ປະຈຸບັນ, ຢູ່ຕາແສງ ຕາມແທັງ ມີຮາກຖານເຮັດນ້ຳປາ 40 ແຫ່ງຕາມຂອບຂະໜາດຄອບຄົວ ແລະ ສະຫະກອນ. ບັນດາຄອບຄົວຜະລິດນ້ຳປາ ໄດ້ເອົາໃຈໃສ່ລົງທຶນໂຄສະນາເຄື່ອງໝາຍນ້ຳປາ ຕາມແທັງ, ເຂດປຸງແຕ່ງໄດ້ແຍກຢູ່ຕ່າງຫາກ ເພື່ອຮັບປະກັນຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ຍ້ອນມີອາຊີບເຮັດນ້ຳປາ, ຊີວິດຂອງ ປຊຊ ຈຶ່ງໄດ້ຮັບປະກັນຄວາມເປັນປົກກະຕິ. ເອື້ອຍ ຫງວຽນທິໂຮ່ຍ, ຢູ່ບ້ານ ຮວ່າຈູງ, ຕາແສງ ຕາມແທັງ ໃຫ້ຮູ້ວ່າ:
ຄອບຄົວຂ້າພະເຈົ້າເຮັດນ້ຳປາໄດ້ 20 ກ່ວາປີແລ້ວ, ນ້ຳປາ 1 ລິດຂາຍໄດ້ປະມານ 50.000-60.000 ດົ່ງ (ປະມານ 2,5 USD/ລິດ). ລາຍຮັບເປັນປົກກະຕິ, ພໍຢູ່ ພໍກິນ. ອາຊີບເຮັດນ້ຳປາທີ່ເປັນມູນເຊື້ອນີ້ ໂດຍປູ່ຍ່າປະໄວ້ໃຫ້, ລົດຊາດຫອມແຊບ, ເຄັມພໍດີ.
ນອກຈາກຜະລິດຕະພັນນ້ຳປາທີ່ເປັນມູນເຊື້ອແລ້ວ, ຫຼາຍຮາກຖານເຮັດນ້ຳປາຢູ່ຕາແສງ ຕາມແທັງ ຍັງມີບັນດາຜະລິດຕະພັນອື່ນໆຄື: ກະປິກຸ້ງຝອຍ, ປາ, ປາມຶກແຫ້ງຊະນິດຕ່າງໆ. ຜະລິດຕະພັນນ້ຳປາຂອງສະຫະກອນນ້ຳປາ ຕາມແທັງ ແລະ ສະຫະກອນ ງອກລານ ໄດ້ເຂົ້າຮ່ວມໂຄງການແຫ່ງຊາດ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ (OCOP) ແລະ ແຂວງ ກວາງນາມ ໄດ້ຕີລາຄາວ່າ ຜະລິດຕະພັນບັນລຸມາດຖານ 3/5 ດາວ. ຍ້ອນຄຸນນະພາບຫອມແຊບ, ນ້ຳປາ ຕາມແທັງ ໄດ້ຈຳໜ່າຍຢູ່ຫຼາຍແຫ່ງໃນທົ່ວປະເທດ. ເອື້ອຍ ເລທິງອກເຕີມ, ປະທານສະຫະກອນນ້ຳປາ ງອກລານ ໃຫ້ຮູ້ວ່າ:
ຕະຫຼາດຈຳໜ່າຍນ້ຳປາແມ່ນຢູ່ ໂຮ້ຍອານ, ກວາງນາມ, ດ່ານັ້ງ, ບຽນຮວ່າ, ນະຄອນໂຮ່ຈີມິນ, ຮ່າໂນ້ຍ….ສະຫະກອນ ງອກລານ ໄດ້ຜະລິດນ້ຳປາປະມານ 200 ລິດ/ວັນ. ປະຈຸບັນ, ນ້ຳປາ ງອກລານ ໄດ້ຮັບຮູ້ວ່າ ແມ່ນຜະລິດຕະພັນ OCOP 3 ດາວ, ປີນີ້ຈະຂໍຍົກລະດັບເປັນ 4 ດາວ. ນ້ຳປາ ຕາມແທັງ ເຮັດຈາກປາໄສ້ຕັນແມ່ນແຕກຕ່າງກັບປາຊະນິດອື່ນໆ, ມີລົດຊາດຫອມແຊບ, ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກທີ່ສຸດ, ໂດຍສະເພາະແມ່ນຊາວພາກເໜືອ. ອຳນາດການປົກຄອງທ້ອງຖິ່ນກໍ່ໄດ້ເອົາໃຈໃສ່ຕໍ່ໝູ່ບ້ານອາຊີບນີ້ທີ່ສຸດ.
ນັບແຕ່ດົນນານມາແລ້ວ, ນ້ຳປາ ຕາມແທັງ ໄດ້ກາຍເປັນເຄື່ອງປຸງທີ່ຂາດບໍ່ໄດ້ໃນຄາບເຂົ້າຂອງຊາວບ້ານແຫ່ງນີ້. ໂດຍມີກິ່ນຫອມ ແລະ ລົດຊາດເຄັມພໍດີນັ້ນ ນັບມື້ນັບມີຊື່ສຽງ ໃນຂະນະທີ່ຊາວບ້ານ ຕາມແທັງ ຍັງຄົງຮັກສາບັນດາວິທີການເຮັດນ້ຳປາແບບດັ້ງເດີມໄວ້ໄດ້. ຍ້ອນອາຊີບເຮັດນ້ຳປາ, ຫຼາຍຄອບຄົວຢູ່ທ້ອງຖິ່ນ ໄດ້ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ມີແຫຼ່ງລາຍຮັບເປັນປົກກະຕິ. ໄປຄຽງຄູ່ກັນນັ້ນ, ອາຊີບເຮັດນ້ຳປາ ກໍ່ໄດ້ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖິ່ນຫຼາຍຄົນອີກດ້ວຍ./.