• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຢ້າວທົ່ວ​ປະ​ເທດ​ຄັ້ງ​ທີ II

ກ່າວຄຳເຫັນສະຫຼຸບວັນບຸນ, ທ່ານນາງ ຫງວຽນທິຫ໋າຍຍຸງ, ຫົວໜ້າກົມວັດທະນະທຳຊົນເຜົ່າ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ຮອງຫົວໜ້າຄະນະຈັດຕັ້ງວັນບຸນ ໄດ້ຕີລາຄາວ່າ: ວັນບຸນໄດ້ຕອບສະໜອງຄວາມມຸ່ງຫວັງລວມຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ພິເສດແມ່ນພໍ່ແມ່ປະຊາຊົນເຜົ່າຢ້າວ ໃນຄອບຄົວ 54 ຊົນເຜົ່າ ຫວຽດນາມ.
  ພິທີອັດ ວັນບຸນວັດທະນະທຳຊົນເຜົ່າຢ້າວ ທົ່ວປະເທດຄັ້ງທີ II (ພາບ: TTXVN)   

ພາຍຫລັງ ດຳເນີນໄປດ້ວຍຫຼາຍການເຄື່ອນໄຫວສະແດງວັດທະນະທຳທີ່ພົ້ນເດັ່ນມາເປັນ 3 ວັນ, ວັນທີ 8 ຕຸລາ, ຢູ່ຫໍພິພິທະພັນວັດທະນະທຳບັນດາເຜົ່າ ຫວຽດນາມ (ນະຄອນທ໊າຍງວຽນ, ແຂວງ ທ໊າຍງວຽນ), ວັນບຸນວັດທະນະທຳຊົນເຜົ່າຢ້າວ ທົ່ວປະເທດຄັ້ງທີ II ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນ ວັດທະນະທຳຊົນເຜົ່າຢ້າວ - ສະເໝີພາບ, ສາມັກຄີ, ເຊື່ອມໂຍງ ແລະ ພັດທະນາ” ໄດ້ອັດລົງ.

ກ່າວຄຳເຫັນສະຫຼຸບວັນບຸນ, ທ່ານນາງ ຫງວຽນທິຫ໋າຍຍຸງ, ຫົວໜ້າກົມວັດທະນະທຳຊົນເຜົ່າ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ຮອງຫົວໜ້າຄະນະຈັດຕັ້ງວັນບຸນ ໄດ້ຕີລາຄາວ່າ: ວັນບຸນໄດ້ຕອບສະໜອງຄວາມມຸ່ງຫວັງລວມຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ພິເສດແມ່ນພໍ່ແມ່ປະຊາຊົນເຜົ່າຢ້າວ ໃນຄອບຄົວ 54 ຊົນເຜົ່າ ຫວຽດນາມ. ຜ່ານນັ້ນ, ຍົກສູງຕື່ມອີກຄວາມຮູ້ ແລະ ສະຕິຄວາມຮັບຜິດຊອບຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຕໍ່ການອະນຸລັກຮັກສາມໍລະດົກວັດທະນະທຳຂອງ ຊາດ.

ບັນດາການເຄື່ອນໄຫວຢູ່ວັນບຸນໄດ້ດຳເນີນຢ່າງຟົດຟື້ນ, ເຕັມໄປດ້ວຍສີສັນວັດທະນະທຳຂອງຊົນເຜົ່າຢ້າວ, ວາດພາບຄືນບັນດາຄຸນຄ່າວັດທະນະທຳຊົນຊາດ ທີ່ຍັງຊ້ອນແຝງໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນ. ຈາກນັ້ນ, ຢັ້ງຢືນກຳລັງຊີວິດຢ່າງແຮງຂອງວັດທະນະທຳຊົນເຜົ່າຢ້າວ ໃນການພົວພັນແລກປ່ຽນ ແລະ ຫັນປ່ຽນ, ໃນທ່າອ່ຽງເຊື່ອມໂຍງ.

ຢູ່ພິທີອັດ, ຄະນະຈັດຕັ້ງວັນບຸນໄດ້ປະກາດບັນດາທິມຍາດລາງວັນຢູ່ບາງເນື້ອໃນຫຼັກໃນວັນບຸນ, ມອບທຸງເຈົ້າພາບຈັດຕັ້ງວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດຄັ້ງທີ III ໃນປີ 2027 ໃຫ້ແກ່ແຂວງລາວກາຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top