• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມAPPF 26 ຊຶ່ງ​ໄດ້ອອກຖະແຫຼງການ ຮ່າໂນ້ຍ

ໃນຊຸມວັນເຮັດວຽກ, APPF ເຫັນວ່າຕ້ອງປັບປຸງເພື່ອໃຫ້ແທດເໝາະກັບບັນດາສະພາບການການເມືອງ, ຄວາມໝັ້ນຄົງ ໃນໂລກ ແລະ ພາກພື້ນ ທີ່ຍັງມີຄວາມສັບສົນຫຼາຍຢ່າງ, ຍາກທີ່ຄາດຄະເນໄດ້ລ່ວງໜ້າ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ປະທານ APPF 

      ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ຕອນບ່າຍວັນທີ 20 ມັງກອນ, APPF 26 ໄດ້ອັດລົງຢູ່ ຮ່າໂນ້ຍ, ເອກະສານ 17 ສະບັບ ໄດ້ຮັບການຮັບຮອງເອົາ, ໃນນັ້ນມີມະຕິ 14 ສະບັບກ່ຽວກັບບັນດາເນື້ອໃນສຳຄັນ ແລະ ຖະແຫຼງການຮ່າໂນ້ຍກ່ຽວກັບ “ວິໄສທັດໃໝ່ຂອງການພົວພັນຄູ່ຮ່ວມມືລັດຖະສະພາ ອາຊີ - ປາຊີຟິກ”.

    ໃນຊຸມວັນເຮັດວຽກ, APPF ເຫັນວ່າຕ້ອງປັບປຸງເພື່ອໃຫ້ແທດເໝາະກັບບັນດາສະພາບການການເມືອງ, ຄວາມໝັ້ນຄົງ ໃນໂລກ ແລະ ພາກພື້ນ ທີ່ຍັງມີຄວາມສັບສົນຫຼາຍຢ່າງ, ຍາກທີ່ຄາດຄະເນລ່ວງໜ້າໄດ້. ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງແມ່ນເງື່ອນໄຂຕັດສິນຊີ້ຂາດ, ເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາແບບຍືນຍົງ.

    ທາງດ້ານເສດຖະກິດ ການຄ້າ, APPF ໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ ອາຊີ - ປາຊີຟິກ ເຊື່ອມຕໍ່ ແລະ ຮ່ວມສຳພັນຮອບດ້ານ, ລະບົບການຄ້າຫຼາຍຝ່າຍອີງໃສ່ກົດໝາຍ, ຄວາມເສລີ, ຄວາມຍຸຕິທຳ, ໂປ່ງໃສ ແລະ ກວມລວມ, ເພື່ອຜົນປະໂຫຍດຂອງປະຊາຊົນ.

    ກ່າວຄຳເຫັນທີ່ພິທີອັດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ປະທານ APPF ຢັ້ງຢືນວ່າ:

    “ພ້ອມກັບບັນໝາກຜົນທີ່ບັນລຸໄດ້ຂອງກອງປະຊຸມຄັ້ງກ່ອນໆ, APPF – 26 ແມ່ນບາດກ້າວສຳຄັນຕໍ່ໄປໃນວິວັດການປະຕິບັດທິດນຳ, ຈຸດປະສົງຂອງເວທີປາໄສ ໄດ້ວາງອອກນັ້ນແມ່ນຖະແຫຼງການ Vancouver ແລະ ຖະແຫຼງການ New Tokyo. ບັນດາມະຕິໄດ້ຮັບຮອງເອົາ, ກໍ່ຄືການປຶກສາຫາລື, ແລກປ່ຽນ ໄດ້ສະແດງໃຫ້ເຫັນບົດບາດສຳຄັນຂອງບັນດາລັດຖະສະພາໃນການເຂົ້າຮ່ວມໃນວິວັດທະນາການປະຕິບັດບັນດາຄຳໝັ້ນສັນຍາສາກົນ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນໃນພາກພື້ນ ອາຊີ - ປາຊີຟິກ. ”

     ຖັດຈາກຫວຽດນາມ, ສະພາແຫ່ງຊາດ ກຳປູເຈຍ ຈະເປັນເຈົ້າພາບຈັດຕັ້ງ  APPF -27 (ເດືອນ ມັງກອນ 2019).

ແຫຼ່ງຄັດຈາກ VOV


ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top