ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ. ທ່ານເລຂາທິການໃຫ່ຍ ໂຕເລີມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມດ້ວຍບັນດາການນຳ, ອະດີດການນຳພັກ, ລັດ ແລະ ສສຊ ໄດ້ເຂົ້າຮ່ວມ.
ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ: ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ສຳເລັດທຸກເນື້ອໃນໂຄງການທີ່ໄດ້ວາງອອກ:
ສະພາແຫ່ງຊາດໄດ້ພິດຈາລະນາ, ປຶກສາຫາລື, ລົງມະຕິຮັບຮອງເອົາກົດໝາຍ 51 ສະບັບ, ມະຕິ 39 ສະບັບ. ນີ້ແມ່ນຈຳນວນຫຼວງຫຼາຍ ກວມເອົາເກືອບ 30% ກົດໝາຍ, ມະຕິທັງໝົດທີ່ໄດ້ປະກາດໃຊ້ຂອງທັງອາຍຸການ. ບັນດາກົດໝາຍ, ມະຕິໄດ້ຮັບຮອງເອົາທັງຕອບສະໜອງຄຳຮຽກຮ້ອງຂອງສະພາບຕົວຈິງ, ທັງສ້າງຂອບເຂດນິຕິກຳໃຫ້ແກ່ໄລຍະໃໝ່.
ເບິ່ງຄືນອາຍຸການ 5 ປີຜ່ານມາ, ທ່ານປະທານນສະພາແຫ່ງຊາດ ເຈິ່ນແທັງເໝີ້ນກໍ່ເນັ້ນໜັກວ່າ: ເຖິງວ່າໄດ້ປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ນັບແຕ່ໂລກລະບາດໂຄວິດໃນຕົ້ນອາຍຸການ ຮອດໄພທຳມະຊາດ, ພະຍຸນ້ຳຖ້ວມໃນທ້າຍອາຍຸການ, ສະພາແຫ່ງຊາດຊຸດທີ 15 ໄດ້ປັບຕົວຢ່າງມີໄຫວພິບ, ຮັກສາຄວາມສາມັກຄີ ແລະ ບັນລຸໄດ້ໝາກຜົນຮອບດ້ານ. ທ່ານຢັນຢັນວ່າ ສະພາແຫ່ງຊາດຈະມານະພະຍາຍາມ ຕັດສິນໃຈສູງກ່ວາອີກ ເພື່ອ ປຊຊ, ເພື່ອປະເທດຊາດ, ປະກອບສ່ວນສຳຄັນເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.







