• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ​ຊຸດ​ທີ 14

ພາຍຫຼັງກອງປະຊຸມຖືກດຳເນີນມາເປັນເວລາ 19 ວັນ, ຕອນບ່າຍວັນທີ 17 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ໄດ້ດຳເນີນວາລະອັດກອງປະຊຸມຢູ່ຮ່າໂນ້ຍ.

 ອັດກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 (ພາບ: sggp.org.vn)

ກ່ອນບົດກ່າວປາໄສອັດກອງປະຊຸມຂອງ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ບັນດາສະມາຊິກສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ), ລົງມະຕິຮັບຮອງເອົາ ມະຕິວ່າດ້ວຍວັນດຳເນີນການເລືອກຕັ້ງທົ່ວປະເທດ ສຳລັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15, ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕ່າງໆ ອາຍຸການ 2021 – 2026. ບັນດາສະມາຊິກສະພາແຫ່ງຊາດຊຸດທີ 14 ກໍໄດ້ລົງມະຕິຮັບຮອງເອົາ ມະຕິກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14. 

 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: quochoi.vn)

ກ່າວຄຳເຫັນອັດກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ:

        “ບັນດາກົດໝາຍ, ມະຕິນີ້ ມີຄວາມໝາຍສຳຄັນ, ສົ່ງຜົນກະທົບຕໍ່ຊີວິດເສດຖະກິດ - ສັງຄົມຫລາຍດ້ານ ແລະ ການດຳລົງຊີວິດຂອງປະຊາຊົນ, ຮັບປະກັນລັກສະນະເປັນເອກະພາບ, ຄົບຊຸດຂອງລະບົບກົດໝາຍ, ແກ້ໄຂຄວາມຫຍຸ້ງຍາກ, ຕອບສະໜອບຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງທີ່ໄດ້ວາງອອກ ແນໃສ່ປະກອບສ່ວນຍົກສູງປະສິດທິຜົນການຄຸ້ມຄອງລັດ ແລະ ປະຕິບັດກົດໝາຍໃນຫລາຍຂົງເຂດ. ສະພາແຫ່ງຊາດໄດ້ສະເໜີລັດຖະບານ, ທຸກຂັ້ນ, ທຸກຂະແໜງການ, ຮຽກຮ້ອງປະຊາຄົມວິສາຫະກິດ ແລະ ປະຊາຊົນທຸກຊັ້ນວັນນະ ສືບຕໍ່ເສີມຂະຫຍາຍຢ່າງແຮງຈິດໃຈຊົນຊາດ, ຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ເປັນເຈົ້າການປ້ອງກັນ ຕ້ານໂລກລະບາດ, ຟື້ນຟູເສດຖະກິດ, ສູ້ຊົນປະຕິບັດບັນດາຕົວເລກຄາດໝາຍທີ່ໄດ້ວາງອອກໃຫ້ສຳເລັດຜົນ.

        ພາຍຫລັງວາລະອັດ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸກ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ ປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top