• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 10 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນບ່າຍວັນທີ 20 ກັນຍາ, ຢູ່ ຮ່າໂນ້ຍ, ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ອັດລົງພາຍຫຼັງເຮັດວຽກມາເປັນເວລາ 3 ວັນ (ແຕ່ວັນທີ 18 – 20 ກັນຍາ).
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນອັດກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ ກອງປະຊຸມມີຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້, ຄວາມຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ. ຕາມນັ້ນແລ້ວ, ສູນກາງໄດ້ຕົກລົງເປັນເອກະພາບໂດຍກຳນົດວ່າ ການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນເປົ້າໝາຍສູງສຸດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໃນປີ 2025. ສູນກາງມີຄວາມຕົກລົງເຫັນດີເປັນຢ່າງສູງຕໍ່ທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ຮອດປີ 2025, ກ່ຽວກັບສະພາບການ, ທັດສະນະພັດທະນາ, ເປົ້າໝາຍ, ຄາດໝາຍ, ໜ້າທີ່ ນັບທັງວິທີການແກ້ໄຂຕົ້ນຕໍ. ຫວຽດນາມ ສູ້ຊົນບັນລຸ ແລະ ລື່ນກາຍເກືອບທຸກຄາດໝາຍຫຼັກໆ ໃນໄລຍະ 2021 – 2025 ໂດຍກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ວາງອອກ.

          “ສູນກາງຮຽກຮ້ອງໃຫ້ທັງລະບົບການເມືອງ, ກ່ອນອື່ນໝົດແມ່ນລັດຖະບານ, ຜູ້ນຳໜ້າບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງມີຄວາມຕັດສິນໃຈປະຕິບັດແທ້ໆ, ມີມາດຕະການຢ່າງຂ້ຽວຂາດ, ຂາດຂັ້ນ, ເພີ່ມລະດັບຄວາມໄວ ເພື່ອບັນລຸໄດ້ບັນດາຄາດໝາຍທີ່ໄດ້ວາງອອກ, ໂດຍສະເພາະແມ່ນ ຄາດໝາຍ GDP ແລະ ສືບຕໍ່ສ້າງບາດກ້າວຫັນປ່ຽນຢ່າງແຮງໃນຊຸມປີຕໍ່ໄປ. ຕ້ອງເອົາໃຈໃສ່ເປັນພິເສດເຖິງບັນດາມາດຕະການບຸລິມະສິດ ເພື່ອຮັບປະກັນການເຕີບໂຕສູງຂອງພື້ນຖານເສດຖະກິດ ໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ການຊ່ວຍເຫຼືອສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນໃຫ້ເປັນຢ່າງດີທີ່ສຸດ, ຮັບປະກັນຄວາມໝັ້ນຄົງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນຂອງວຽກງານການຕ່າງປະເທດ ແລະ ຍົກສູງທີ່ຕັ້ງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບພັດທະນາຂອງພາກພື້ນ ແລະ ໃນໂລກ ຢ່າງບໍ່ຢຸດຢັ້ງ”.

          ກ່ຽວກັບເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ສູນກາງຕົກລົງເປັນເອກະສັນກຳນົດ 5 ໝວດບັນຫາໃຫຍ່ ເພື່ອສືບຕໍ່ປັບປຸງເອກະສານໃຫ້ສົມບູນແບບ. ໃນນັ້ນ, ກ່ຽວກັບການບຸກທະລຸຍຸດທະສາດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:

          “ສູນກາງໄດ້ເປັນເອກະພາບກັນກຳນົດວ່າ ຕ້ອງມີບຸກທະລຸຢ່າງແຮງກວ່າ ກ່ຽວກັບລະບອບລະບຽບການພັດທະນາ, ແກ້ໄຂຈຸດອຸດຕັນ, ຮົ້ວກີດຂວາງ, ຖືປະຊາຊົນ, ວິສາຫະກິດເປັນໃຈກາງ, ລະດົມທຸກແຫຼ່ງກຳລັງທັງພາຍໃນ ແລະ ພາຍນອກ, ແຫຼ່ງກຳລັງໃນໝູ່ປະຊາຊົນ, ພັດທະນາວິທະຍາສາດ ແລະ ເຕັກໂນໂລຢີຢ່າງຄົບຊຸດ, ລຸລ່ວງ, ທັງໝົດເພື່ອການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມຂອງປະເທດຊາດ ແລະ ພັດທະນາຍົກສູງຊີວິດການເປັນຢູ່ທາງການວັດຖຸ ແລະ ຈິດໃຈຂອງປະຊາຊົນ; ປ່ຽນແປງໃໝ່ວຽກງານການຈັດຕັ້ງພະນັກງານຢ່າງແຮງ; ສ້າງໂຄງປະກອບພື້ນຖານໂຄງລ່າງເສດຖະກິດສັງຄົມ ໃຫ້ບຸກທະລຸ ແລະ ຄົບຊຸດ ແມ່ນບຸລິມະສິດສູງສຸດ.”

          ກ່ຽວກັບທິດທາງ, ມາດຕະການຍຸດທະສາດ, ມີ 08 ບັນຫາ, ໃນນັ້ນ: ສຸມໃສ່ການສ້າງຮູບແບບສັງຄົມນິຍົມ ຫວຽດນາມ, ຈຸດສຸມແມ່ນສ້າງຄົນສັງຄົມນິຍົມ, ສ້າງພື້ນຖານກໍ່ສ້າງສັງຄົມນິຍົມ ເຊິ່ງໃນໂຄງການການເມືອງຂອງພັກ ໄດ້ກຳນົດ; ຢຶດໝັ້ນກັບທັດສະນະຖືການພັດທະນາເສດຖະກິດ - ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມເປັນໃຈກາງ, ຍູ້ແຮງ 3 ບຸກທະລຸຍຸດທະສາດ, ກໍ່ສ້າງພັກ ເປັນແກ່ນສານ, ການພັດທະນາວັດທະນະທຳແມ່ນພື້ນຖານ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍູ້ແຮງການພົວພັນຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນ ແມ່ນວຽກງານສຳຄັນ ແລະ ດຳເນີນເປັນປະຈຳ.

(ແຫຼ່ງຄັດຈາກ VOV)

ກຳ​ປູ​ເຈຍ ນາບ​ຂູ່​ຢຸດ​ຕິ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ ໄທ

ກຳ​ປູ​ເຈຍ ນາບ​ຂູ່​ຢຸດ​ຕິ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ ໄທ

ທ່ານປະທານສະພາສູງ/ປະທານພັກ ປຊຊ ກຳປູເຈຍ ກຳອຳນາດ Hun Sen ໄດ້ກ່າວເຕືອນຄວາມອາດສາມາດນຳໃຊ້ຫຼາຍມາດຕະການໂຕ້ຕອບທີ່ແຂງກະດ້າງທີ່ມີຕໍ່ ໄທ...

Top