• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ IX

      ຕອນບ່າຍວັນທີ 20 ກັນຍາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຊຸດທີ IX ໄດ້ອັດລົງຢູ່ ຮ່າໂນ້ຍ ພາຍຫລັງດຳເນີນເປັນເວລາ 2 ວັນ. 
            ທີ່ວາລະອັດ, ຕາງໜ້າລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ໄດ້ລາຍງານໝາກຜົນການພັດທະນາເສດຖະກິດ - ສັງຄົມຂອງອາຍຸການລັດຖະບານ 2016 – 2019 ແລະ ວຽກງານສົມທົບກັນລະຫວ່າງລັດຖະບານ ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ.

ອັດກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ IX (ພາບ: TTXVN)
      ກ່ຽວກັບວຽກງານສົມທົບກັນລະຫວ່າງລັດຖະບານ ແລະ ແນວໂຮມປະເທດຊາດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຢືນຢັນວ່າ ກົນໄກສົມທົບກັນນີ້ ໄດ້ປະກອບສ່ວນຊ່ວຍລັດຖະບານປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດສັງຄົມໃນໄລຍະຜ່ານມາຢ່າງມີປະສິດທິຜົນ. ກ່ຽວກັບວຽກງານການພົວພັນຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ປາດຖະໜາວ່າ:
        “ຈັດຕັ້ງບັນດາການເຄື່ອນໄຫວພົວພັນຕ່າງປະເທດໃຫ້ເປັນຫລາຍຮູບຫລາຍແບບ, ມີໄຫວພິບ, ມີປະສິດທິຜົນ, ປະກອບສ່ວນພ້ອມກັບການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ,  ແລະ ລັດ ໂຄສະນາ, ສະໜອງຂໍ້ມູນຂ່າວສານໃຫ້ເພື່ອນມິດສາກົນ, ຄູ່ຮ່ວມມືກ່ຽວກັບສະພາບການພັດທະນາຂອງ ຫວຽດນາມ ໃນທຸກຂົງເຂດ, ພິເສດແມ່ນບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງສິດ ແລະ ອຳນາດອະທິປະໄຕຂອງ ຫວຽດນາມ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນສິດທິມະນຸດ, ຄວາມເສລີໃນການເຫຼື້ອມໃສເຊື່ອຖືສາສະໜາ.
        ເນື່ອງໃນໂອກາດນີ້, ກອງປະຊຸມໃຫຍ່ໄດ້ອອກຄຳຮຽກຮ້ອງປະຊາຊົນ ຫວຽດນາມ ເສີມຂະຫຍາຍນ້ຳໃຈຮັກຊາດຢ່າງສູງ, ຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top