• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5

      ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 2 ວັນ ຕາມຮູບແບບທາງອອນລາຍ, ໃນວາລະອັດກອງປະຊຸມໃນຕອນຄ່ຳວັນທີ 20 ສິງຫາ ຕາມເວລາ ຮ່າໂນ້ຍ, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການນຳພາລັດຖະສະພາເພື່ອປະຕິບັດລັດທິຫຼາຍຝ່າຍຢ່າງມີປະສິດທິຜົນກ່ວາອີກ, ນຳເອົາສັນຕິພາບ, ການພັດທະນາແບບຍືນຍົງ ມາໃຫ້ປະຊາຊົນ ແລະ ໂລກ.


ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5  (ພາບ: Quochoi.vn)
      ຖະແຫຼງການໄດ້ເນັ້ນໜັກວ່າ ບັນດາປະທານສະພາແຫ່ງຊາດ ໄດ້ພ້ອມກັບປະທານສະຫະພາບລັດຖະສະພັນໂລກໄດ້ຢັ້ງຢືນເຖິງການຮຽງບ່າຮຽງໄຫລ່ພ້ອມກັບບັນດາສະມາຊິກລັດຖະສະພາ ແລະ ປະຊາຊົນໃນຈຸດເວລາທີ່ມີລັກສະນະປະຫວັດສາດ ທົ່ວໂລກພ້ອມກັນປະເຊີນໜ້າກັບໂລກລະບາດ Covid – 19. ບັນດາປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ສປຊນັບມື້ນັບມີຄວາມຈຳເປັນກ່ວາເວລາໃດໝົດ ແລະ ແມ່ນພື້ນຖານຂອງບັນດາການກະທຳທີ່ມີລັກສະນະທົ່ວໂລກຢ່າງແຮງ ແລະ ມີປະສິດທິຜົນ.
        ກອງປະຊຸມບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 5 ໄດ້ປະຕິບັດຕາມຮູບແບບທາງອອນລາຍໂດຍສະຫະພັນລັດຖະສະພາໂລກ (IPU), ສະຫະປະຊາຊາດ (UN) ແລະ ສະພາແຫ່ງຊາດ ໂອຕາລິດ ສົມທົບກັນຈັດຕັ້ງຂຶ້ນໃນວັນທີ 19 ຫາ 20 ສິງຫາ 2020.
        ດ້ວຍບົດບາດເປັນຜູ້ນຳພາສະພາແຫ່ງຊາດຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ໄດ້ມີບົດກ່າວປາໄສຜ່ານເທບວີດີໂອ ສົ່ງໄປຍັງກອງປະຊຸມກ່ຽວກັບການເຂົ້າຮ່ວມຂອງສະພາແຫ່ງຊາດຫວຽດນາມ ທີ່ມີຕໍ່ກົນໄກ ລັດຖະສະພາລະຫວ່າງພາກພື້ນ ແລະ ໂລກ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຊຸກຍູ້ການຮ່ວມມື ແລະ ຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top