• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII

ພາຍຫຼັງເຮັດວຽກມາເປັນໄລຍະເວລາ 6 ວັນ, ກອງປະຊຸມຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ XIII, ຕອນບ່າຍວັນທີ 10 ພຶດສະພາ ໄດ້ອັດລົງດ້ວຍຜົນສຳເລັດອັນດີງາມ.
  ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນອັດກອງປະຊຸມ      (ພາບ: ເຟືອງຮວາ/TTXVN))  

 ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ກອງປະຊຸມ ໄດ້ລົງເລິກໄຈ້ແຍກ, ຕີລາຄາ ແລະ ເຫັນດີເປັນເອກະພາບຢ່າງສູງກ່ຽວກັບມາດຕະການ, ແຜນນະໂຍບາຍ, ກຳນົດທິດສືບຕໍ່ປ່ຽນແປງໃໝ່, ຮອບດ້ານ ແລະ ຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍກ່ຽວກັບທີ່ດິນໃຫ້ດີກວ່າອີກ, ກ່ອນອື່ນໝົດແມ່ນປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍທີ່ດິນປີ 2013 ແລະ ກົດໝາຍສະບັບອື່ນໆທີ່ກ່ຽວຂ້ອງເພື່ອແກ້ໄຂຂໍ້ຈຳກັດ, ຂໍ້ຂາດຕົກບົກພ່ອງໃນປັດຈຸບັນ.

ກ່ຽວກັບບົດລາຍງານສະຫຼຸບໄລຍະ 15 ປີ ແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 7 ຄະນະບໍລິຫານງານສູນກາງພັກຊຸດທີ X ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ”, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ການຍົກສູງຊີວິດການເປັນຊີວິດການເປັນຢູ່ຂອງຊາວກະສິກອນ ແລະ ປະຊາຊົນເຂດຊົນນະບົດ ແມ່ນໜ້າທີ່ຂອງທົ່ວພັກ, ທົ່ວປວງຊົນ, ແມ່ນໜ້າທີ່ຈຸດສຸມຂອງທັງລະບົບການເມືອງ. ໄປຄຽງຄູ່ກັນນັ້ນ, ຄວນເພີ່ມທະວີການນຳພາຂອງພັກ, ຍົກສູງບົດບາດ, ຄວາມຮັບຜິດຊອບຂອງຜູ້ນຳໜ້າ ແລະ ຍົກສູງກຳລັງຄວາມສາມາດ, ປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງແຫ່ງລັດ.

ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລື ແລະ ເປັນເອກະພາບຢ່າງສູງກ່ຽວກັບແຜນນະໂຍບາຍສ້າງຕັ້ງຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້.

(ແຫຼ່ງຄັດຈາກ VOV)

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ ໄດ້​ຮັບ​ການ​ຍູ້​ແຮງ

ທ່ານ Ibrahim Kalin ຜູ້ອຳນວຍການອົງການສືບຂ່າວແຫ່ງຊາດ ຕວັກກີ ໄດ້ມີການປຶກສາຫາລືຢູ່ນະຄອນ ອານກາຣາ ກັບຄະນະຜູ້ແທນຂັ້ນສູງຂອງຂະບວນການອິດສະລາມ ຮາມາດໂດຍທ່ານ Muhammad Darwish ນຳໜ້າ.

Top