• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງປະຊຸມຄັ້ງທີ 22 ຄະນະປະຈຳສະພາແຫ່ງຊາດຫວຽດ​ນາມ

ພາຍຫຼັງ 2 ວັນເຮັດວຽກຢ່າງຮີບເຮັ່ງ (10-11 ເມສາ), ຄະນະປະຈຳສະພາແຫ່ງຊາດ ໄດ້ສໍາເລັດໂຄງການເຄື່ອນໄຫວທີ່ໄດ້ວາງໄວ້
  ປະທານສະພາແຫ່ງຊາດ ເວືອງດີງເຫ້ວກ່າວຄຳເຫັນອັດກອງປະຊຸມ  

ຕອນບ່າຍວັນທີ 11/4, ກ່າວຄຳເຫັນອັດກອງປະຊຸມຄັ້ງທີ 22 ຂອງຄະນະປະຈຳສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຊີ້ແຈ້ງວ່າ: ພາຍຫຼັງ 2 ວັນເຮັດວຽກຢ່າງຮີບເຮັ່ງ (10-11 ເມສາ), ຄະນະປະຈຳສະພາແຫ່ງຊາດ ໄດ້ສໍາເລັດໂຄງການເຄື່ອນໄຫວທີ່ໄດ້ວາງໄວ້. ເລີ່ມແຕ່ວັນທີ 12 ເມສາ ຄະນະປະຈຳສະພາແຫ່ງຊາດຈະ ດຳເນີນ ກອງປະຊຸມຫົວເລື່ອງກົດໝາຍ ເພື່ອ ປະກອບຄຳຄິດຄຳເຫັນ ໃສ່ບັນດາຮ່າງກົດໝາຍ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ XV ເຊິ່ງຈະໄຂຂຶ້ນໃນ ວັນທີ 22 ພຶດສະພາ.

ກ່ອນໜ້ານັ້ນ, ຄະນະປະຈຳສະພາແຫ່ງຊາດໄດ້ເຫັນດີກັບ 4 ຫົວຂໍ້ຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດໃນປີ 2024, ຄື: ເລື່ອງປະຕິບັດມະຕິເລກທີ 43 ປີ 2022 ຂອງສະພາແຫ່ງຊາດກ່ຽວກັບນະໂຍບາຍປີການເງິນ ແລະ ເງິນຕາເພື່ອໜູນຊ່ວຍ ແຜນງານຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ບັນດາ ມະຕິຂອງສະພາແຫ່ງຊາດ ກ່ຽວກັບຫຼາຍໂຄງການສຳຄັນຂອງປະເທດຊາດ. ຫົວຂໍ້ກ່ຽວກັບການປະຕິບັດນະໂຍບາຍແລະກົດຫມາຍກ່ຽວກັບຫົວໜ່ວຍພາລະກິດພາກລັດ. ຫົວຂໍ້ ປະຕິບັດນະໂຍບາຍ ແລະ ກົດໝາຍວ່າດ້ວຍການຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນການຈະລາຈອນ. ຫົວຂໍ້ປະຕິບັດນະໂຍບາຍ ແລະ ກົດໝາຍກ່ຽວກັບການຄຸ້ມຄອງຕະຫຼາດ ອະສັງຫາລິມະຊັບ ແລະ ການພັດທະນາເຮືອນຢູ່ ສັງຄົມ. ໃນຈຳນວນ 4 ຫົວຂໍ້ນີ້, ໃນກອງປະຊຸມຄັ້ງທີ 5, ສະພາແຫ່ງຊາດຈະປຶກສາຫາລື ແລະ ຄັດເລືອກ 2 ຫົວຂໍ້ເພື່ອຕິດຕ

(ແຫຼ່ງຄັດຈາກ VOV)

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ທ່ານສະເໜີໃຫ້ LOT ນຳໜ້າເປີດສາຍການບິນມາ ຫວຽດນາມ ຄືນໃໝ່, ສືບຕໍ່ຮ່ວມມືກັບບໍລິສັດການບິນແຫ່ງຊາດ Vietnam Airlines ເພື່ອຂຸດຄົ້ນບັນດາສາຍການບິນ

Top