• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າອັນຍອດຍິ່ງຂອງເຄື່ອງປັ້ນດິນເຜົາຈູເດົ້າ

ຕອນບ່າຍວັນທີ 8 ເມສາ, ໃນຂອບເຂດການເຄື່ອນໄຫວປະຕິບັດງານຢູ່ແຂວງຫາຍເຢືອງ, ຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກໄດ້ໄປຢ້ຽມຢາມໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາຈູເດົ້າ.


ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງນາມເຊັນເປັນທີ່ລະນຶກ

(ພາບ:VGP/Quang Hieu) 

ກ່າວຄຳເຫັນເມື່ອໂອ້ລົມກັບການນຳ ແລະພະນັກງານກຳມະກອນບໍລິສັດຫຸ້ນສ່ວນດິນເຜົາຈູເດົ້າ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຕີລາຄາສູງຕໍ່ການນຳແຂວງຫາຍເຢືອງ, Hapro ແລະ ບໍລິສັດຫຸ້ນສ່ວນເຄື່ອງປັ້ນດິນເຜົາຈູເດົ້າ ທີ່ໄດ້ຟື້ນຟູຜະລິດຕະພັນອັນເປັນສິ່ງຍອດຍິ່ງຂອງເຄື່ອງປັ້ນດິນເຜົາຈູເດົ້າ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ປາດຖະໜາວ່າ ທາງບໍລິສັດ ພ້ອມກັບໝູ່ບ້ານອາຊີບ ຈົ່ງອະນຸລັກຮັກສາ, ເສີມຂະຫຍາຍວິທີເຮັດແບບໃໝ່ ເພື່ອນຳຜະລິດຕະພັນເຄື່ອງປັ້ນດິນເຜົາບໍ່ພຽງແຕ່ອອກສູ່ຕະຫຼາດພາຍໃນປະເທດເທົ່ານັ້ນ ແຕ່ຍັງສົ່ງອອກໄປຕ່າງປະເທດອີກດ້ວຍ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຖືວ່າ:

        “ພວກເຮົາທຸກຄົນ ຄວນມີຄວາມເອກອ້າງທະນົງໃຈຕໍ່ສິ່ງທີ່ເປັນຂອງຄົນຫວຽດນາມ ແລະ ນຳໃຊ້ຜະລິດຕະພັນຂອງຄົນຫວຽດອີກດ້ວຍ. ສະນັ້ນ, ພວກເຮົາຄວນສະໜັບສະໜູນ ແລະ ຊົມໃຊ້ບັນດາຜະລິດຕະພັນທີ່ເປັນມູນເຊື້ອ ແລະມີມາແຕ່ດົນນານ, ມີຄຸນນະພາບສູງ ເຊິ່ງໄດ້ສືບທອດຈາກຄົນລຸ້ນກ່ອນມາຮອດປັດຈຸບັນ ຄືຜະລິດຕະພັນເຄື່ອງປັ້ນດິນເຜົາ ຈູເດົ້າ. ການກະທຳດັ່ງກ່າວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງປະເທດຊາດ”.

        ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ເຊື່ອໝັ້ນວ່າ ໝູ່ບ້ານອາຊີບເຄື່ອງປັ້ນດິນເຜົາຈູເດົ້າຈະຂະຫຍາຍຕົວຢ່າງເຂັ້ມແຂງ ໃນອະນາຄົດ ແລະ ປະກອບສ່ວນເຂົ້າໃນການສົ່ງອອກສິນຄ້າ.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ສະພາບການເສດຖະກິດ - ສັງຄົມ ໃນ 5 ເດືອນຂອງທົ່ວປະເທດ ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ.

Top