ຂ່າວສານ
ຫວຽດນາມ ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ຢ່າງເປັນທາງການ

ຄະນະຫວຽດນາມດີໃຈ ເມື່ອໄດ້ຮັບດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)
ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ອາເມລິກາ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໃຫ້ຮູ້ບັນດາບຸລິມະສິດຂອງຫວຽດນາມ ໃນເດືອນດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງ ສປຊ ນັ້ນແມ່ນ:
“ບຸລິມະສິດທີ 1 ຂອງຫວຽດນາມໃນເດືອນເປັນປະທານ ແມ່ນປະຕິບັດບົດບາດບໍລິຫານໃຫ້ເປັນຢ່າງດີ, ເຮັດແນວໃດເພື່ອໃຫ້ສະພາບຄວາມໝັ້ນຄົງ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນ, ປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສາກົນໃຫ້ເປັນຢ່າງດີ. ບຸລິມະສິດທີ 2 ແມ່ນ ເສີມຂະຫຍາຍບົດບາດເປັນປະທານ, ຍົກສູງຄວາມຮັບຮູ້ຂອງປະຊາຄົມສາກົນ ກ່ຽວກັບຄວາມສຳຄັນຂອງກົດບັດ ສປຊ ໃນການປົກປັກຮັກສາສັນຕິພາບ ແລະຄວາມໝັ້ນຄົງສາກົນ, ຄວາມສຳຄັນຂອງການເຄົາລົບກົດໝາຍ, ເຄົາລົບກົດບັດ ສປຊ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ສາກົນ. ບຸລິມະສິດທີ 3 ແມ່ນ ຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງ ສປຊ ແລະ ອາຊຽນ.”
(ແຫຼ່ງຄັດຈາກ VOV)