• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ຮັ​ບຕຳ​ແໜ່ງ​ເປັນ​ປະ​ທານ​ຮ່ວມໂຄງ​ການ​ ອາ​ຊີ​ຕາ​ເວັນ​ອອກສຽງ​ໃຕ້​ ຂອງ​ອົງ​ການ​ຮ່ວມ​ມື​ພັດ​ທະ​ນາ​ເສ​ດ​ຖະ​ກິດ (OECD) ຢ່າງ​ເປັນ​ທາງ​ການ

ວັນທີ 9 ກຸມພາ, ກອງປະຊຸມລັດຖະມົນຕີຄັ້ງທີ 2 ລາຍການພາກພື້ນ ອາຊີຕາເວັນອອກສຽງໃຕ້ (SEARP) ຂອງອົງການຮ່ວມມືພັດທະນາເສດຖະກິດ (OECD) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ເຊີອຸນ (ສ.ເກົາຫຼີ).

ວັນທີ 9 ກຸມພາ, ກອງປະຊຸມລັດຖະມົນຕີຄັ້ງທີ 2 ລາຍການພາກພື້ນ ອາຊີຕາເວັນອອກສຽງໃຕ້ (SEARP) ຂອງອົງການຮ່ວມມືພັດທະນາເສດຖະກິດ (OECD) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ເຊີອຸນ (ສ.ເກົາຫຼີ). 

ຫວຽດນາມ ແລະ ອົດສະຕາລີ ຮັບດຳລົງເປັນປະທານຮ່ວມ SEARP ຢ່າງເປັນທາງການ. (ພາບ: TTXVN)

ເຂົ້າຮ່ວມກອງປະຊຸມມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຂອງ 38 ປະເທດສະມາຊິກ OECD, ບັນດາປະເທດສະມາຊິກ ອາຊຽນ, ທ່ານເລຂາທິການໃຫຍ່ OECD, ທ່ານເລຂາທິການໃຫຍ່ ອາຊຽນ ແລະ ການນຳຂອງຫຼາຍອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

        ໂດຍໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ສະເໜີບາງຂົງເຂດຮ່ວມມືແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມື OCED ແລະ ອາຊຽນ ໃນໄລຍະຈະມາເຖິງຄື: ຫັນເປັນດີຈີຕອນ; ພັດທະນາພື້ນຖານເສດຖະກິດທີ່ມີອາຍກາກບອນໜ້ອຍ, ປະຕິບັດບັນດາຄຳໝັ້ນສັນຍາຢູ່ກອງປະຊຸມ COP26 ເພື່ອມຸ່ງໄປເຖິງອະນາຄົດຂຽວ ແລະ ຍືນຍົງກວ່າອີກ… ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍ່ສະເໜີໃຫ້ OECD ແລະ ບັນດາປະເທດສະມາຊິກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການພັດທະນາເສດຖະກິດດີຈີຕອນ, ປະຕິບັດລາຍການແຫ່ງຊາດ ກ່ຽວກັບການຫັນເປັນດີຈີຕອນ ຮອດປີ 2030; ໜູນຊ່ວຍ ຫວຽດນາມ ປະຕິບັດການຫັນປ່ຽນຮູບແບບການເຕີບໂຕ, ເພີ່ມທະວີການລົງທຶນດ້ານພະລັງງານຜະລິດຄືນໃໝ່ໄດ້, ເຕັກໂນໂລຊີສູງ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມ “ອະນາຄົດທີ່ຖືມະນຸດເປັນໃຈກາງ - ການພົວພັນຄູ່ຮ່ວມມືເພື່ອ ອາຊຽນ ອັດສະລິຍະ ກວ່າ, ຂຽວກວ່າ ແລະ ກວມລວມກວ່າອີກ”.

        ທີ່ພິທີອັດກອງປະຊຸມ, ອົດສະຕາລີ ແລະ ຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານຮ່ວມໂຄງການ SEARP ໄລຍະ 2022 – 2025 ຢ່າງເປັນທາງການຈາກ ສ.ເກົາຫຼີ ແລະ ໄທ.

        ເນື່ອງໃນໂອກາດໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີ SEARP ຄັ້ງທີ 2, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊິນ ໄດ້ຕ້ອນຮັບທ່ານ Mathias Corman, ເລຂາທິການໃຫຍ່ OECD.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top