• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍ​ທ້ອງ​ຖິ່​ນ​ຈັດ​ພິ​ທີ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ໃນ​ມື້​ທຳ​ອິດ​ຂອງ​ປີໃໝ່ 2023

ຕອນເຊົ້າວັນທີ 1 ມັງກອນ, ຢູ່ສະໜາມບິນສາກົນ ເຕີນເຊີນເຍີດ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບບໍລິສັດການບິນແຫ່ງຊາດ ຫວຽດນາມ ແລະ ທ່າອາກາດສະຍານສາກົນ ເຕິນເຊີນເຍິດ ຈັດພິທີ “ຕ້ອນຮັບແຂກທ່ອງທ່ຽວມາ ນະຄອນ ໂຮ່ຈີມິນ ໃນມື້ທຳອິດຂອງປີ 2023”.
  ພິທີ “ຕ້ອນຮັບແຂກທ່ອງທ່ຽວມາ ນະຄອນ ໂຮ່ຈີມິນ ໃນມື້ທຳອິດຂອງປີ 2023 (ພາບ: VOV)  

ຄະນະແຂກທ່ອງທ່ຽວສາກົນຕ່າງໆ ມີຄວາມພາກພູມໃຈ ແລະ ປະຫຼາດໃຈເມື່ອໄດ້ເຫັນປະຈັກຕາບັນດາກິດຈະກຳສະແດງສິລະປະທີ່ເປັນເອກະລັກສະເພາະຂອງ ຫວຽດນາມ. ຄະນະຈັດຕັ້ງກໍມອບໂປຼໂມຊັນໃຫ້ແຂກທ່ອງທ່ຽວພິເສດ 11 ຄົນໃນຖ້ຽວບິນສາກົນຈາກ Frankfurt, ເຢຍລະມັນ ແລະ ໄຕ້ຫວັນ ມາ ນະຄອນ ໂຮ່ຈີມິນ ລາຍການສຳຜັດກັບຜະລິດຕະພັນທ່ອງທ່ຽວໃໝ່ໃນບໍລິເວນນະຄອນ ຖູດຶກ.

ກໍໃນຕອນເຊົ້າວັນທີ 1 ມັງກອນ, ຢູ່ ສະຖານີລົດໄຟ ລາວກາຍ, ແຂວງ ລາວກາຍ, ລົດໄຟໝາຍເລກ SP3 ຮ່າໂນ້ຍ - ລາວກາຍ ໄດ້ສົ່ງແຂກໂດຍສານ 400 ຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນກວ່າ 250 ຄົນ ເດີນທາງມາຮອດສະຖານີລົດໄຟແຫ່ງນີ້. ຕາງໜ້າໃຫ້ຂະແໜງທ່ອງທ່ຽວແຂວງ ລາວກາຍ ພ້ອມດ້ວຍບັນຫາຫົວໜ່ວຍທີ່ກ່ຽວຂ້ອງ ໄດ້ສົມທົບກັນຈັດພິທີຕ້ອນຮັບແຂກທ່ອງທ່ຽວທຳອິດໃນປີໃໝ່ 2023 ດ້ວຍບັນດາຊໍ່ດອກໄມ້ທີ່ສວຍງາມ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 93% ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ

ຕາມຂໍ້ກຳນົດແລ້ວ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ສິ້ນສຸດລົງໃນຕອນເວລາ 19 ໂມງຂອງວັນທີ 15 ມີນາ ຍົກເວັ້ນກໍລະນີແກ່ຍາວເວລາຕາມຂໍ້ກຳນົດແຕ່ບໍ່ເກີນ 21 ໂມງ.

Top