• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍອົງການຕາງໜ້າຫວຽດນາມປະຈຳຕ່າງປະເທດຈັດພິທີໄວ້ອາໄລປະທານປະເທດເຈິ່ນດ້າຍກວາງ

ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດໄດ້ຈັດພິທີໄວ້ອາໄລປະທານປະເທດ ເຈິ່ນດ້າຍກວາງ ຂຶ້ນຢ່າງສົມກຽດ ໃນລະຫວ່າງວັນທີ 24 – 25 ກັນຍາ (ຕາມເວລາທ້ອງຖິ່ນ) ເພື່ອໃຫ້ບັນດາສ່ວນບຸກຄົນ,  ອົງການຈັດຕັ້ງ, ປະຊາຄົມຊາວຫວຽດນາມ ອາໄສຢູ່ນິວຢອກ, ຜູ້ຕາງໜ້າບັນດາຄະນະທູຕານຸທູດປະຈຳສະຫະປະຊາຊາດ, ອຳນາດການປົກຄອງທ້ອງຖິ່ນມາໄວ້ອາໄລ ແລະ ຈັດບັນທຶກໃສ່ປຶ້ມໄວ້ອາໄລ.


ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດໄດ້ຈັດພິທີໄວ້ອາໄລປະທານປະເທດ ເຈິ່ນດ້າຍກວາງ

(ພາບ: TTXVN) 

ຕອນເຊົ້າວັນທີ 24 ກັນຍາ,  ສະຫະປະຊາຊາດໄດ້ລົດທຸງລົງເຄິ່ງເສົ້າເພື່ອອາໄລຫາທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ.

ແລະກໍ່ໃນວັນດຽວກັນ, ຢູ່ສຳນັກງານຂອງຄະນະປະຕິບັດງານຂອງພະນັກງານ, ພາລະກອນບັນດາອົງການຕາງໜ້າຫວຽດນາມ ປະຈຳນິວຢອກ ໂດຍທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິງກຸຍ ນຳໜ້າໄດ້ສະຫງວນເວລາ 1 ນາທີກົ້ມຫົວໄວ້ອາໄລເຖິງດວງວິນຍານປະທານປະເທດເຈິ່ນດ້າຍກວາງ.

ຕໍ່ຈາກນັ້ນ, ໃນລະຫວ່າງວັນທີ 24 – 25 ກັນຍາ, ຊາວຫວຽດນາມ, ນັກສຶກສາ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າບັນດາຄະນະປະຕິບັດງານປະຈຳສະຫະປະຊາຊາດ, ບັນດາອົງການຈັດຕັ້ງຫຼາຍຝ່າຍຢູ່ນິວຢອກ ແລະ ເຈົ້າໜ້າທີ່ທ້ອງຖິ່ນໄດ້ມາແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ຈົດບັນທຶກໃສ່ປື້ມໄວ້ອາໄລປະທານປະເທດເຈິ່ນດ້າຍກວາງ.

ໃນຂະນະທີ່ພວມດຳເນີນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 73, ປະມຸກລັດ, ຜູ້ນຳໜ້າລັດຖະບານ ແລະ ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານໄດ້ໄປນິວຢອກ ເພື່ອເຂົ້າຮ່ວມກອງປະຊຸມ ກໍ່ໄດ້ມາໄວ້ອາໄລທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ. ໃນປື້ມໄວ້ອາໄລ, ບັນດາການນຳ, ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ, ບັນດາເຈົ້າໜ້າທີ່ການທູດຂັ້ນສູງ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ສົ່ງຄຳແບ່ງເບົາເສົ້າສະຫຼົດໃຈມາຍັງລັດຖະບານ ແລະ ປະຊາຊົນຫວຽດນາມ ຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ.

ແລະກໍ່ໃນຕອນເຊົ້າວັນທີ 26 ກັນຍາ, ສະຖານທູດຫວຽດນາມ ປະຈຳອົດສະຕາລີ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳຊິດນີ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Perth ແລະ ສະຖານທູດຫວຽດນາມ ປະຈຳ ນິວຊີແລນ ແລະ ສະຫະພັນລັດເຊຍ ກໍ່ໄດ້ຈັດພິທີໄວ້ອາໄລທ່ານປະທານປະເທດເຈິ່ນດ້າຍກວາງ, ເຊິ່ງໄດ້ມີບັນດາຄະນະທູຕານຸທູດ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດມາໄວ້ອາໄລປະທານປະເທດ ເຈິ່ນດ້າຍກວາງ.

 

ຕອນເຊົ້າວັນທີ 26 ກັນຍາ, ບັນດາສຳນັກງານຫ້ອງການໃນທົ່ວປະເທດລາວ ກໍ່ໄດ້ລົດທຸງລົງເຄິ່ງເສົາໄວ້ທຸກລະດັບຊາດເພື່ອອາໄລຫາປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ. ນີ້ແມ່ນພິທີໄວ້ອາໄລພິເສດເຊິ່ງນັບແຕ່ກອນມາຮອດປະຈຸບັນ ລາວ ພຽງແຕ່ນຳໃຊ້ໃນການພົວພັນລະຫວ່າງລາວ - ຫວຽດນາມ ເທົ່ານັ້ນ.

(​ແຫຼ່ງຄັດ​ຈາກ VOV)


ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top