• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍທ້ອງຖິ່ນຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນຢູ່ເຂດຖືກນ້ຳຖ້ວມ

ຢູ່ນະຄອນ ໂຮ່ຈີມິນ, ມີປະຊາຊົນເປັນຈຳນວນຫຼາຍໄດ້ເຕົ້າໂຮມກັນຢູ່ເຂດຮັບເຄື່ອງຊ່ວຍເຫຼືອ ໂດຍຄະນະກຳມະການແນວໂຮມປະເທດຊາດນະຄອນຈັດຂຶ້ນ ເພື່ອປະກອບເງິນ, ທັນຍາຫານ, ໂສ້ງເສື້ອ… ໃຫ້ແກ່ປະຊາຊົນບັນດາແຂວງ
  (ຢູ່ນະຄອນ ໂຮ່ຈີມິນ, ມີປະຊາຊົນເປັນຈຳນວນຫຼາຍໄດ້ເຕົ້າໂຮມກັນຢູ່ເຂດຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນເຂດຖືກນ້ຳຖ້ວມ)  

ໃນວັນທີ 22 ພະຈິກ, ອຳນາດການປົກຄອງ ແລະ ປະຊາຊົນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ໄດ້ປຸກລະດົມບັນດາບັ້ນແຜ່ບໍລິຈາກ, ສະໜັບສະໜູນເພື່ອໜູນຊ່ວຍພໍ່ແມ່ປະຊາຊົນຢູ່ບັນດາແຂວງທາງຕອນໃຕ້ພາກກາງ ທີ່ຖືກນ້ຳຖ້ວມຢ່າງຮ້າຍແຮງໃນຊຸມມື້ຜ່ານມາ.

        ຢູ່ນະຄອນ ໂຮ່ຈີມິນ, ມີປະຊາຊົນເປັນຈຳນວນຫຼາຍໄດ້ເຕົ້າໂຮມກັນຢູ່ເຂດຮັບເຄື່ອງຊ່ວຍເຫຼືອ ໂດຍຄະນະກຳມະການແນວໂຮມປະເທດຊາດນະຄອນຈັດຂຶ້ນ ເພື່ອປະກອບເງິນ, ທັນຍາຫານ, ໂສ້ງເສື້ອ… ໃຫ້ແກ່ປະຊາຊົນບັນດາແຂວງ, ຄື: ຢາລາຍ, ດັກລັກ, ເລີມດົ່ງ, ແຄ໊ງຮ່ວາ. ຄວາມຫວັງລວມແມ່ນຂໍໃຫ້ພໍ່ແມ່ປະຊາຊົນເຂດຖືກນ້ຳຖ້ວມຜ່ານຜ່ານຄວາມຫຍຸ້ງຍາກ, ຊີວິດການເປັນຢູ່ກັບຄືນສູ່ເປັນປົກກະຕິໂດຍໄວ.

        ໃນຂະນະນັ້ນ, ອຳນາດການປົກຄອງບັນດາທ້ອງຖິ່ນໃນທົ່ວປະເທດກໍ່ພວມຮີບເຮັ່ງຜັນຂະຫຍາຍມາດຈະການໜູນຊ່ວຍບັນດາແຂວງຖືກນ້ຳຖ້ວມ. ຢູ່ແຂວງ ກວາງນິງ, ຄະນະກຳມະການປະຊາຊົນແຂວງ ແຈ້ງໃຫ້ຊາບວ່າ ໃນເບື້ອງຕົ້ນໄດ້ໜູນຊ່ວຍຈຳນວນເງິນ 50 ຕື້ດົ່ງ (ກວ່າ 1,9 ລ້ານ USD) ໃຫ້ແກ່ແຂວງ ເລິມດົ່ງ, ພ້ອມກັບຈະສົ່ງອຸປະກອນດ້ານການແພດ, ເຄື່ອງຂອງທີ່ຈຳເປັນເພື່ອໜູນຊ່ວຍແຂວງໃຫ້ໄວທີ່ສຸດ. ໃນວັນທີ 21 ພະຈິກ, ນະຄອນ ຮ່າໂນ້ຍ ກໍ່ໄດ້ໜູນຊ່ວຍຈຳນວນເງິນ 50 ຕື້ດົ່ງໃຫ້ແກ່ແຂວງ ຢາລາຍ.

        ໃນຕອນເຊົ້າວັນທີ 22 ພະຈິກ, ມີການນຳພັກ, ລັດ ແລະ ແນວໂຮມປະເທດຊາດຫຼາຍທ່ານ ກໍ່ໄດ້ໄປຍັງທ້ອງຖິ່ນທີ່ຖືກນ້ຳຖ້ວມຢູ່ບັນດາແຂວງ ແຄ໊ງຮ່ວາ, ຢາລາຍ, ເລິມດົ່ງ, ດັກລັກ ເພື່ອຊີ້ນຳວຽກງານແກ້ໄຂສະພາບນ້ຳຖ້ວມ ແລະ ຢຶ້ຢາມຖາມຂ່າວ, ລະດົມກຳລັງໃຈປະຊາຊົນທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ G20 ຈະອອກຖະແຫຼງການຮ່ວມ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ອາເມລິກາ

ກອງປະຊຸມສຸດຍອດ G20 ຈະອອກຖະແຫຼງການຮ່ວມ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງ ອາເມລິກາ

ກອງປະຊຸມ G20 ປີ 2025 ມີຫົວຂໍ້ “ສາມັກຄີ, ສະເໝີພາບ ແລະ ການພັດທະນາແບບຍືນຍົງ”, ຈັດຂຶ້ນແຕ່ວັນທີ 22 – 23 ພະຈິກ, ຢູ່ນະຄອນ Johannesburg ຂອງ ອາຟະລິກາໃຕ້.

Top