ໂດຍໄດ້ຮັບຄຳເຊີນຂອງ ທ່ານພົນເອກ ຫງວຽນເຕິນເກືອງ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ Romeo Brawner Junior, ຫົວໜ້າເສນາທິການກຳລັງປະກອບອາວຸດ ຟີລິບປິນ ເປັນຫົວໜ້າຄະນະຜູ້ແທນຂັ້ນສູງກຳລັງປະກອບອາວຸດ ຟີລິບປິນ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 03 – 06 ມິຖຸນາ. ຕອນບ່າຍວັນທີ 03 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ເປັນປະທານພິທີຕ້ອນຮັບ ແລະ ດຳເນີນການໂອ້ລົມສົນທະນາກັບ ທ່ານພົນເອກ Romeo Brawner Junior.
ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືດ້ວຍຄວາມໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທ້ຈິງ; ໃຫ້ຄຳປຶກສາເສນາທິການຜັນຂະຫຍາຍບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ກະຊວງທີ່ຫາກໍ່ໄດ້ລົງນາມໃຫ້ມີປະສິດທິຜົນ. ບັນດາເນື້ອໃນຕ້ອງສຸມໃສ່, ລວມມີ: ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ; ຮັກສາປະສິດທິຜົນບັນດາກົນໄກຮ່ວມມື 2 ຝ່າຍ, ໂດຍສະເພາະແມ່ນການໂອ້ລົມສົນທະນານະໂຍບາຍປ້ອງກັນຊາດ; ຕັ້ງໜ້າທາບທາມຄວາມເຫັນ, ສະໜັບສະໜູນເຊິ່ງກັນແລະກັນ ເພື່ອຮັກສາຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ. 2 ຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.






