• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບິ່ງ ເຂົ້າຮ່ວມເວທີປາໄສການເຊື່ອມຕໍ່ລະຫວ່າງເອີລົບ-ອາຊີ

ໂດຍສືບຕໍ່ບັນດາການເຄື່ອນໄຫວ ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ເອີລົບ, ວັນທີ 27 ກັນຍາ ຢູ່ Bruxelles, ຄະນະຜູ້ແທນຂັ້ນສູງຂອງ ພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກ ນຳໜ້າ ໄດ້ເຂົ້າຮ່ວມເວທີປາໄສການເຊື່ອມຕໍ່ລະຫວ່າງເອີລົບ-ອາຊີ ໂດຍຄະນະກຳມະການເອີລົບ (EC) ຈັດຕັ້ງ.

ທ່ານ ຫງວຽນວັນບິ່ງ ກ່າວຄຳເຫັນທີ່ເວທີປາໄສ

ກ່າວຄຳເຫັນທີ່ເວທີປາໄສການເຊື່ອມຕໍ່ ເສດຖະກິດ, ທ່ານ ຫງວຽນວັນບິ່ງ ໄດ້ສະແດງການສະໜັບສະໜູນຂອງ ຫວຽດນາມ ສຳລັບບັນດາຄວາມມານະພະຍາຍາມເຊື່ອມຕໍ່ ລະຫວ່າງ ເອີລົບ - ອາຊີ ຂອງ  EU ພ້ອມທັງຢັ້ງຢືນວ່າ ການເຊື່ອມຕໍ່ດັ່ງກ່າວ ຕ້ອງຮັບປະກັນລັກສະນະໝັ້ນຄົງ, ຮອບດ້ານ. ທ່ານ ຫງວຽນວັນບິ່ງ ກໍ່ຢັ້ງຢືນວ່າ ດ້ວຍຖານະຕຳແໜ່ງ ເປັນກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ເປັນປະທານອາຊຽນໃນປີ 2020, ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ ລະຫວ່າງ EU  ແລະ ອາຊຽນ ແລະ ພາກພື້ນອາຊີ - ປາຊີຟິກ ເພື່ອຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມືສອງຝ່າຍໃຫ້ຄົບຖ້ວນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງ 2 ທະວີບ ແລະ ໃນທົ່ວໂລກ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top