• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຮວ່າງບິງກວນ ຕ້ອນຮັບຜູ້ແທນສູນກາງ ຄະນະຊາວໜຸ່ມກອມມູນິດ ຈີນ

ວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດຫວຽດນາມ ຮວ່າງບິງກວນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຄະນະຊາວໜຸ່ມກອມມູນິດ ຈີນ ໂດຍທ່ານ ຟູເຈີນປາງ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ຈີນ, ນໍາໜ້າ ເຂົ້າຮ່ວມການເຄື່ອນໄຫວ “ພົບປະມິດຕະພາບລະຫວ່າງຊາວໜຸ່ມ ຫວຽດນາມ - ຈີນ ຄັ້ງທີ 18” ໄດ້ຈັດຂຶ້ນຢູ່ຫວຽດນາມ, ໃນລະຫວ່າງວັນທີ 13 -  19 ສິງຫາ 2018.


ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດຫວຽດນາມ ຮວ່າງບິງກວນ ຕ້ອນຮັບທ່ານ ຟູເຈີນປາງ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ຈີນ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮວ່າງບິງກວນ ຕີລາຄາສູງການເຄື່ອນໄຫວ ພົບປະມິດຕະພາບລະຫວ່າງຊາວໜຸ່ມຫວຽດນາມ - ຈີນ ຄັ້ງທີ 18 ຖືນີ້ເປັນການເຄື່ອນໄຫວສໍາຄັນ, ອັນໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງຊາວໜຸ່ມສອງປະເທດເວົ້າສະເພາະ ແລະ ປະຊາຊົນສອງປະເທດເວົ້າລວມ. ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ຮວ່າງບິງກວນ ປາດຖະໜາວ່າ ສູນກາງຊາວໜຸ່ມສອງປະເທດ ຈະເພີ່ມທະວີການຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ, ເພີ່ມທະວີການສຶກສາແນວຄວາມຄິດໃຫ້ຊາວໜຸ່ມ, ປຸກລຸກການຄົ້ນຄວ້າ, ມີຫົວຄິດປະດິດສ້າງ, ເສີມຂະຫຍາຍບົດບາດ ແລະ ການເຂົ້າຮ່ວມຂອງຊາວໜຸ່ມໃນບັນດາຂົງເຂດໃໝ່ ຄືການປະຕິບັດອຸດສາຫະກໍາ 4.0 ແລະຕ້ານການປະຕິວັດສີ.

        ໂດຍຕາງໜ້າຄະນະຊາວໜຸ່ມກອມມູນິດ ຈີນ, ທ່ານ ຟູເຈີນປາງ ຢັ້ງຢືນວ່າ ຄະນະຊາວໜຸ່ມກອມມູນິດສູນກາງ ຈີນ ຈະສືບຕໍ່ສົມທົບກັບຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສືບທອດການພົວພັນທີ່ເປັນມູນເຊື້ອ, ປະຕິບັດຄໍາຊີ້ນໍາຂອງການນໍາສອງປະເທດໃຫ້ເປັນຢ່າງດີ, ເພີ່ມທະວີການພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດຫວຽດນາມ - ຈີນ.

(ແຫຼ່ງຄັດຈາກ VOV)


ປິດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023

ປິດງານບຸນ Festival ທະເລ ຍາຈາງ - ແຄງຮ່ວາ 2023

ລາຍການສະແດງສິລະປະໃນຄ່ຳຄືນປິດງານບຸນ ແມ່ນການສົມທົບລະຫວ່າງສິລະປະພື້ນເມືອງ ແລະ ສິລະປະຍຸກສະໄໝ, ສະແດງໃຫ້ເຫັນແຂວງ ແຄງຮ່ວາ ທີ່ມີບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດ - ການທ່ອງທ່ຽວ

Top