• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະຈັດຕັ້ງສູນກາງພັກຟ້າມມິງຈິງຕ້ອນຮັບຕ້ອນຮັບເລຂາຄະນະກໍາມະການກວດກາວິໄນສູນກາງພັກກອມມູນິດຈີນ

ຕອນເຊົ້າວັນທີ 28 ກັນຍາ, ທ່ານຟ້າມມິງຈິງ, ກຳມະການກົມການເມືອງ, ເລຂາສູນກາພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານເລຂາຄະນະກຳມະການກວດກາວິໄນສູນກາງພັກກອມມນູນິດຈີນ ຈາວເລືອຈີ.


ທ່ານຟ້າມມິງຈິງ, ຫົວໜ້າຄະນະຈັດຕັ້ງສູນກາງພັກຟ້າມມິງຈິງຕ້ອນຮັບ

ຕ້ອນຮັບເລຂາຄະນະກໍາມະການກວດກາວິໄນສູນກາງພັກກອມມູນິດຈີນ

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິງ ໄດ້ຊົມເຊີຍ ທ່ານ ຈາວເລືອຈີ ນຳໜ້າຄະນະຜູ້ແທນພັກກອມມູນິດຈີນ ມາຢ້ຽມຢາມ; ແລກປ່ຽນກ່ຽວກັບສະພາບການຢູ່ຫວຽດນາມ, ໂດຍສະເພາະແມ່ນວຽກງານກໍ່ສ້າງພັກ. ທ່ານ ຟ້າມມິງຈິງ ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຈະປະກອບສ່ວນເພີ່ມທະຄວາມເຂົ້າອົກເຂົ້າໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃນດ້ານການເມືອງ, ຊຸດຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ໃຫ້ສືບຕໍ່ພັດທະນາຢ່າງປອດໂປ່ງ, ໝັ້ນຄົງຍາວນານໃນໄລຍະຈະມາເຖິງ.

        ສ່ວນທ່ານ ຈາວເລືອຈີ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະປະຕິບັດບັນດາເປົ້າໝາຍ, ໜ້າທີ່ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ວາງອອກໄດ້ຢ່າງມີໄຊ.

(​ແຫຼ່ງຄັດ​ຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top