• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງ​ສຽງ​ຢູ່ ອາ​ເມ​ລິ​ກາ ຊົ​ມ​ເຊີຍ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທ່ານປະທານາທິບໍດີ ອາເມລິກາ Joe Biden ພວມທຳການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແລະ ນີ້ແມ່ນເຫດການປະຫວັດສາດໃນການພົວພັນ ຫວຽດນາມ - ອາເມລິກາ ເມື່ອສອງປະເທດຕົກລົງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. ເລື່ອງຍົກລະດັບການພົວພັນກັບ ຫວຽດນາມ ພວມດຶງດູດຄວາມສົນໃຈຈາກສື່ມວນຊົນ ແລະ ຫາງສຽງ ອາເມລິກາ.
ພິທີຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ດຳເນີນໃນຕອນບ່າຍວັນທີ 10 ກັນຍາ (ພາບ: ຈີຢຸງ- TTXVN)

ທ່ານອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Chuck Hagel ຖືວ່າ ເລື່ອງ ຮ່າໂນ້ຍ ແລະ ວໍຊິງຕັນ ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານ ແມ່ນຂ່າວດີ ສຳລັບບໍ່ພຽງແຕ່ 2 ປະເທດເທົ່ານັ້ນ ຫາກຍັງນັບທັງພາກພື້ນອີກດ້ວຍ. ສິ່ງດັ່ງກ່າວນຳມາເຊິ່ງຜົນປະໂຫຍດເພີ່ມເຕີມໃຫ້ແກ່ທັງສອງປະເທດ, ຈະມີໂຄງການແລກປ່ຽນນັກສຶກສາ ແລະ ຄົນລຸ້ນໜຸ່ມ, ສອງປະເທດຈະມີຄວາມເຂົ້າໃຈກັນຢ່າງເລິກເຊິ່ງກວ່າ, ແລະ ຈະມີກາລະໂອກາດຫຼາຍກວ່າເກົ່າສຳລັບທັງສອງຝ່າຍ.

ໃນຂະນະນັ້ນ, ຕາມທ່ານ Andrew Wells Dang, ນັກວິຊາການຂັ້ນສູງຂອງສູນອາຊີ ຂຶ້ນກັບສະຖາບັນສັນຕິພາບ ອາເມລິກາ ແລ້ວ, ເລື່ອງ ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນແມ່ນໂອກາດເພື່ອໃຫ້ສອງປະເທດຜູກພັນກັນຫຼາຍຂຶ້ນ:

“ນີ້ຈະແມ່ນໂອກາດໃຫ້ແກ່ອະນາຄົດ, ແມ່ນໂອກາດເພື່ອໃຫ້ນະໂຍບາຍຂອງ ອາເມລິກາ ແລະ ຫວຽດນາມ ຫຍັບເຂົ້າໃກ້ກັນກວ່າ ແລະ ຫຍັບມໍ່ເຂົ້າກັບອຸດົມການຂອງສອງປະເທດຫຼາຍຂຶ້ນ. ສຳລັບ ອາເມລິກາ, ທ່ານປະທານາທິບໍດີ Joe Biden ເນັ້ນໜັກເຖິງການຮ່ວມມືກັບບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືໃນໂລກ  ແລະ ປັດຈຸບັນ ມີການພົວພັນຮ່ວມມືກັບ ຫວຽດນາມຕື່ມອີກ. ນີ້ກໍແມ່ນວິທີ ທີ່ ອາເມລິກາເຂົ້າຮ່ວມກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຢ່າງແຮງກວ່າອີກ. ສຳລັບ ອາເມລິກາ, ການຍົກລະດັບການພົວພັນກໍແມ່ນວິທີເພື່ອປ່ຽນແປງຄວາມນຶກຄິດກ່ຽວກັບ ຫວຽດນາມ, ການພົວພັນລະຫວ່າງສອງປະເທດ ຈະໃກ້ຊິດກັນກວ່າ ແລະ ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດ ອາເມລິກາ ໃຫ້ບຸລິມະສິດເພື່ອຮ່ວມມືຢູ່ ອາຊີ.”

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top