• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງສາກົນກ່ຽວກັບໄຊຊະນະ 30 ເມສາຂອງຫວຽດນາມ

      ໄຊຊະນະປະຫວັດສາດວັນທີ 30 ເມສາ 1975 ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນເຫດການພົ້ນເດັ່ນໃນໂລກປີ 1975. ຫາງສຽງສາກົນໃຫ້ຂໍ້ສັງເກດວ່າ ໄຊຊະນະທີ່ພິລະອາດຫານນັ້ນໄດ້ເປັນການສິ້ນສຸດພາລະກິດປົດປ່ອຍຊາດທີ່ແກ່ຍາວເປັນເວລາ 30 ປີແຫ່ງການຕໍ່ສູ້ຕ້ານສັດຕູເຂົ້າມາຮຸກຮານ ຂອງປະຊາຊົນຫວຽດນາມຢ່າງ ສະຫງ່າລາສີ, ສ້າງບາດລ້ຽວທີ່ຍິ່ງໃຫຍ່ໃນປະຫວັດສາດຂອງຊາດ, ອັນໄດ້ສົ່ງຜົນສະທ້ອນຢ່າງເລິກເຊິ່ງເຖິງການພົວພັນດ້ານການເມືອງຢູ່ພາກພື້ນ ແລະ ໃນໂລກ. ບົນພື້ນຖານໄຊຊະນະນັ້ນ, ປະຊາຊົນຫວຽດນາມ ໄດ້ສ້າງສາປະເທດຊາດທີ່ນັບມື້ນັບພັດທະນາ, ທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ປະເທດຫວຽດນາມ ໄດ້ໂຮມເຂົ້າກັນເປັນເອກະພາບ 
(ພາບ: VTV4)
      ໃນເວລາ 11 ໂມງ 30 ນາທີຂອງວັນທີ 30 ເມສາ 1975, ທຸງຊາດຂອງທະຫານປົດປ່ອຍໄດ້ປິວສະບັດບົນຫຼັງຄາທຳນຽບເອກະລາດ, ເຊິ່ງເປັນເຮືອນຮັງສຸດທ້າຍຂອງລະບອບຫຸ່ນ ໄຊງ່ອນ (ເຊິ່ງເຄີຍໄດ້ຮັບການສ້າງຕັ້ງຢູ່ໄຊງ່ອນ ໂດຍອຳນາດການປົກຄອງອາເມລິກາ). ຄະນະລັດຖະບານຂອງປະທານາທິບໍດີຫຸ່ນໄຊງ່ອນ ເຢືອງວັນມິງ ຖືກຈັບຕົວທັງໝົດ ແລະ ບັງຄັບຕ້ອງຖະແຫຼງປະກາດຍອມຈຳນົນຕໍ່ທະຫານປົດປ່ອນໂດຍບໍ່ມີເງື່ອນໄຂ. ນັບແຕ່ຄາວນັ້ນ, ປະເທດຫວຽດນາມ ໄດ້ມີເອກະລາດ, ປະເທດຊາດໄດ້ໂຮມເຂົ້າກັນເປັນເອກະພາບ.
        ເຫດການວັນທີ 30 ເມສາ 1975, ໄດ້ສ້າງສຽງກ້າວກັງວັນໂດງດັ່ງບົນເວທີສາກົນ ກ່ຽວກັບປະເທດບໍ່ຍອມຈຳນົນຕໍ່ສັດຕູຜູ້ຮຸກຮານ. ເຫດການດັ່ງກ່າວມີຄວາມໝາຍສຳຄັນທີ່ສຸດ ບໍ່ພຽງແຕ່ສຳລັບຊາດຫວຽດນາມ ເທົ່ານັ້ນ, ຫາກນັບທັງປະຊາຄົມໂລກອີກດ້ວຍ.
ປະຊາຊົນຮັກຫອມສັນຕິພາບໃນໂລກສະແດງຄວາມເບີກບ່ານມ່ວນຊືນຕໍ່ໄຊຊະນະ 30 ເມສາ 1975
        ມີສຳນັກຂ່າວສານສາກົນຫຼາຍແຫ່ງໃນຄາວນັ້ນໄດ້ຕີລາຄາວ່າ ເຫດການ 30 ເມສາ ຢູ່ຫວຽດນາມ ແມ່ນເຫດການເຮັດໃຫ້ໂລກສັນສະເທື່ອນ. ສົງຄາມຢູ່ຫວຽດນາມ ໄດ້ສິ້ນສຸດລົງ ດ້ວຍໄຊຊະນະຂອງກຳລັງປົດປ່ອຍ ຢືນຢັນສະໄໝເຊິ່ງບັນດາປະເທດໃຫຍ່ນຳໃຊ້ກຳລັງແຮງເພື່ອບີບຍັງຄັບລັດທິຊົນຊາດໄດ້ຢຸດຕິລົງ. ແນ່ນອນວ່າ, ນີ້ແມ່ນໄຊຊະນະຢ່າງສົມບູນທີ່ສຸດ ເຊິ່ງຊາດໜຶ່ງອາດສາມາດຍາດໄດ້ຕໍ່ໜ້າຈັກກະພັດທີ່ເຂັ້ມແຂງແຖວໜ້າ.
        ສຳລັບໂລກແລ້ວ, ໄຊຊະນະຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຕໍ່ການບຸກໂຈມຕີຂະໜາດໃຫຍ່ກວ່າໝູ່ຂອງທະຫານອາເມລິກາ ແນໃສ່ບັນດາກຳລັງປະຕິວັດ ບັນລຸຜົນສຳເລັດ ນັບແຕ່ສົງຄາມໂລກຄັ້ງທີ 2, ທຳລາຍແນວປ້ອງກັນສຳຄັນຂອງຈັກກະພັດອາເມລິກາ ຢູ່ອາຊີຕາເວັນອອກສ່ຽງໃຕ້, ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເບີກບ່ານມ່ວນຊື່ນໃຫ້ປະຊາຊົນນັບຮ້ອຍລ້ານຄົນໃນທົ່ວໂລກ ທີ່ພວມຕໍ່ສູ້ເພື່ອສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ສັງຄົມນິຍົມ.
        ຍ້ອນເຫດນັ້ນ, ໄຊຊະນະອັນຍິ່ງໃຫຍ່ລະດູບານໃໝ່ 1975 ຂອງປະຊາຊົນຫວຽດນາມ ແມ່ນໜຶ່ງໃນບັນດາຈຸດເວລາທີ່ຫາຍາກ ແລະ ເບີກບ່ານມ່ວນຊື່ນທີ່ສຸດຂອງບັນດາຜູ້ຮັກຫອມສັນຕິພາບ. ທ່ານນາງ Merle Ratner, ຊາວອາເມລິກາ, ກຳມະການຄະນະບໍລິຫານບັ້ນຊ່ວຍກູ້ ແລະ ຮັບຜິດຊອບຕໍ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມດີໂອຊິນຫວຽດນາມ ໃຫ້ຮູ້ວ່າ, ໃນຊຸມເດືອນປີເກີດສົງຄາມ ທ່ານນາງຍາມໃດກໍ່ເຊື່ອໝັ້ນວ່າ ປະຊາຊົນຫວຽດນາມ ຈະຍາດໄດ້ໄຊຊະນະ. ພາກໃຕ້ໄດ້ປົດປ່ອຍ ແລະ ຫວຽດນາມ ຈະໂຮມ ເຂົ້າກັນເປັນເອກະພາບນຳມາເຊິ່ງຄວາມເຊື່ອໝັ້ນວ່າ ຖ້າຫາກວ່າ ມີຊາດສາມັກຄີໃນການຕໍ່ສູ້ເພື່ອຄວາມຍຸຕິທຳ ແນ່ນອນວ່າຊາດນັ້ນຈະຍາດໄດ້ໄຊຊະນະ.
        ທ່ານ Ilia Yakimenko, ນັກຊ່ຽວຊານຄົ້ນຄວ້າຝ່າຍຕາເວັນອອກວິທະຍາລັດເຊຍ, ເຄີຍມີເວລາເຮັດວຽກກັບນັກສຶກສາຫວຽດນາມ ຢູ່ນະຄອນ Irkutsk, ສະຫະພັນລັດເຊຍ ໄດ້ຫວນຄືນວ່າ “ຊາວໂຊວຽດ ໃນເມື່ອກ່ອນໄດ້ພ້ອມກັນຮ້ອງໂຮເມື່ອໄດ້ຮັບຂ່າວວ່າ ຫວຽດນາມ ຍາດໄດ້ໄຊຊະນະ. ຜ່ານບັນດາພິທີຊຸມນຸມມິດຕິງສະໜັບສະໜູນຫວຽດນາມ ທີ່ໄດ້ອອກອາກາດຜ່ານໂທລະພາບ, ຜ່ານບັນດາແຖບຜ້າຄຳຂວັນສະໜັບສະໜູນຖືກແຂວນຢູ່ທຸກແຫ່ງຫົນ, ດ້ວຍວິທີໃດໜຶ່ງຫວຽດນາມ ນອນໃນດວງໃຈຂອງເຂົາເຈົ້າ”.
        ກ່າວຄຳເຫັນເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ເມື່ອປີ 2017, ທານປະທານສະພາແຫ່ງຊາດກຸບາ Esteban Lazo Hernandez, ໄດ້ສະແດງຄວາມຮູ້ສຶກວ່າ.
        “ປະຊາຊົນຫວຽດນາມ ແມ່ນຜູ້ປະດິດຄິດສ້າງໄຊຊະນະມະຫັດສະຈັນຫຼາຍຄັ້ງ, ເປັນຊາດວິລະຊົນ, ໄດ້ຕີພວກຮຸກຮານໃຫ້ປະລາໄຊບົນສະໜາມຮົບທີ່ມີຄວາມສາມາດທາງດ້ານເສດຖະກິດຢ່າງແຮງ. ຫວຽດນາມ ໄດ້ຊີ້ໃຫ້ເຫັນວ່າ, ບໍ່ມີໃຜ ແລະ ບໍ່ມີສິ່ງໃດອາດສາມາດເອົາໄຊຊະນະຕໍ່ບັນດາຜູ້ຕໍ່ສູ້ດ້ວຍຄວາມເຊື່ອໝັ້ນຕໍ່ພາລະກິດອັນຊອບທຳໄດ້, ບັນດາຜູ້ທີ່ຍອມເສຍສະຫຼະຊີວິດ ແລະ ມີເສັ້ນເລືອດພິລະອາດຫານໃນຕົນຕົວ”.
ເຄົາລົບຜົນງານຂອງການປະຕິວັດໃນສະໄໝສັນຕິພາບ
        ປະຊາຊົນຫວຽດນາມ ໄດ້ຮັບຄວາມນັບຮັບຖືບໍ່ພຽງແຕ່ຍ້ອນໄຊຊະນະອັນສະງ່າອົງອາດວັນທີ 30 ເມສາ 1975 ເທົ່ານັ້ນ, ຫາກຍັງຍ້ອນບັນດາເນື້ອແທ້ຂອງມະນຸດໃນພາລະກິດສ້າງສາປະເທດຊາດ. ເຖິງວ່າ ບໍ່ໄດ້ດຳລົງຊິວິດໃນຈຸດເວລານັ້ນ ເພື່ອຮູ້ສຶກໄດ້ກຳລັງແຮງຂອງບາດລ້ຽວໃນປະຫວັດສາດຂອງຫວຽດນາມ ກໍ່ຕາມ, ແຕ່ພັດຮູ້ສຶກວ່າມີຄວາມໂຊກດີທີ່ໄດ້ເຫັນປະຈັກຕາວິທີ ປົກປັກຮັກສາປະເທດຊາດຂອງຊາວຫວຽດນາມ ພາຍຫຼັງສົງຄາມ, ວິທີເຊິ່ງເຂົາເຈົ້າເຊື່ອມໂຍງກັບໂລກໃນໄລຍະສັນຕິພາບ. ກວ່າ 4 ທົດສະວັດຜ່ານພົ້ນໄປແລ້ວ, ນັບແຕ່ວັນໄຊຊະນະອັນຍິ່ງໃຫຍ່ລະດູບານໃໝ່ 1975, ຊາດຫວຽດນາມ ອົງອາດກ້າຫານ, ວິລະຊົນໃນສົງຄາມຮັກຊາດ ໄດ້ສືບຕໍ່ເສີມຂະຫຍາຍພູມປັນຍາ, ມີຄຸນນະທາດ, ຜ່ານຜ່າສິ່ງທ້າທາຍ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ບັນລຸຜົນສຳເລັດ, ເຊື່ອມໂຍງ, ສ້າງບັນດາບາດກ້າວພັດທະນາມະຫັດສະຈັນ. ທ່ານນາງ Rahayu Saraswati, ສະມາຊິກລັດຖະສະພາອິນໂດເນເຊຍ, ແບ່ງປັນວ່າ.
        “ຂ້າພະເຈົ້າຖືວ່າ, ຫວຽດນາມ ໄດ້ສ້າງບັນດາສິ່ງທີ່ດີງາມທີ່ສຸດ. ມາຫວຽດນາມ ຂ້າພະເຈົ້າໄດ້ເຫັນປະຈັກຕາການພັດທະນາຢ່າງກ້າວກະໂດດຂັ້ນຂອງພວກເພື່ອນ, ພິເສດແມ່ນໃນຂົງເຂດເສດຖະກິດ ໄດ້ດຶງດູກນັກລົງທຶນເປັນຈຳນວນຫຼາຍ. ດ້ວຍສະພາບແວດລ້ອມແຫ່ງການລົງທຶນທີ່ໂປງໃສ, ນະໂຍບາຍເປີດປະຕູ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດຫຼາຍຢ່າງ”.
        ທ່ານຜູ້ອຳນວຍການທະນາຄານໂລກ Ousmane Dione, ໄດ້ຕີລາຄາວ່າ.
        “ພວກຂ້າພະເຈົ້າຂໍ້ອວຍພອນໃຫ້ລັດຖະບານຫວຽດນາມ ດ້ວຍບັນດາຜົນງານສຳຄັນທີ່ບັນລຸໄດ້ໃນຊຸມປີຜ່ານມາ. ຫວຽດນາມ ໄດ້ສ້າງຂີດໝາຍດ້ວຍລະດັບເຕີບໂຕ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ຕ່ຳ, ອັດຕາແລກປ່ຽນຂອງເງິນດົ່ງເປັນປົກກະຕິ ແລະ ທີ່ຕັ້ງນັບມື້ນັບໄດ້ຮັບການຍົກສູງບົນເວທີສາກົນ. ຂ້າພະເຈົ້າກໍ່ອວຍພອນຫວຽດນາມ ບັນລຸໄດ້ຜົນງານໃນການປະຕິຮູບບໍລິຫານ, ທະນາຄານ, ການລົງທຶນສາທາລະນະ, ແກ້ໄຂໜີ້ເສຍ”.
        ປະຊາຊົນມີຄວາມເອກອ້າງທະນົງໃຈກ່ຽວກັບບັນດາຜົນງານອັນໃຫຍ່ຫຼວງທີ່ບັນລຸໄດ້ພາຍຫຼັງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດເປັນເອກະພາບ. ແລະກໍ່ຍ້ອນໄຊຊະນະໃນວັນທີ 30 ເມສາ 1975 ປະຫວັດສາດນັ້ນໄດ້, ພວມ ແລະ ຈະແມ່ນແຫຼ່ງລະດົມກຳລັງທາງດ້ານຈິດໃຈສຳຄັນ, ສ້າງກຳລັງແຮງໃຫ້ແກ່ປະເທດຊາດ, ກ້າວຂຶ້ນບົນເສັ້ນທາງພັດທະນາຢ່າງໝັ້ນຄົງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top