• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງສາກົນກ່າວປະນາມວິທີການປະພຶດຂອງ ຈີນ ຢູ່ທະເລຕາເວັນອອກ

      ເລື່ອງກະຊວງບໍລິຫານ ແລະ ຄຸ້ມຄອງປະຊາຊົນ ຈີນ ປະກາດອັນທີ່ເອີ້ນວ່າ ເຂດຊີຊາແລະ ເຂດໜານຊາ”, ຂຶ້ນກັບນະຄອນ ຕາມຊາ ເພື່ອຄຸ້ມຄອງບັນດາໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ຢູ່ທະເລຕາເວັນອອກນັ້ນ ຖືກຫາງສຽງທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດຄັດຄ້ານຢ່າງຮຸນແຮງທີ່ສຸດ ພ້ອມທັງ ເຮັດໃຫ້ວົງການນັກຄົ້ນຄວ້າມີຄວາມວິຕົກກັງວົນກ່ຽວກັບບັນດາບາດກ້າວເດີນຕໍ່ໄປຂອງ ຈີນ ຢູ່ທະເລຕາເວັນອອກ.
            ຕາມບັນດານັກຄົ້ນຄວ້າ, ນັກຮຽນຮູ້ສາກົນແລ້ວ, ເລື່ອງສ້າງຕັ້ງອັນທີ່ເອີ້ນວ່າ 2 ເຂດໃໝ່ແມ່ນ ຊີຊາ ແລະ ໜານຊານັ້ນ, ຈີນ ໄດ້ຍູ້ແຮງຍຸດທະສາດ ຕື໊ຊາ ເຊິ່ງເຂົາເຈົ້າໄດ້ປະກາດໃນປີ 2017. ທາດແທ້ແມ່ນ, ເລື່ອງຍົກອອກຍຸດທະສາດ ຕື໊ຊາ ແມ່ນຮູບການໃໝ່ເພື່ອທົດແທນໃຫ້ຍຸດທະສາດແຜນທີ່ເສັ້ນ 9 ຕອນ ຊື່ງຖືກສານອະນຸຍາໂຕຕຸລາການປະຕິເສດໃນປີ 2016.

ຈີນ ສ້າງຕັ້ງຖານທີ່ໝັ້ນການທະຫານຢູ່ຫາດດອນນ້ຳຖ້ວມ (ພາບ: Reuters/VOV)
      ການຄິດໄລ່ຂອງ ຈີນ ໂດຍບໍ່ຫົວຊາຕໍ່ຫຼັກຖານນິຕິກຳ
       “ການກະທຳຂອງ ຈີນ ຢູ່ທະເລຕາເວັນອອກ ທັງເພື່ອແນໃສ່ເຮັດໃຫ້ຫາງສຽງ ມີຄວາມຫຼົງຜິດ ທັງເພື່ອແນໃສ່ຍູ້ແຮງຍຸດທະສາດ ຕື໊ຊາ ທີ່ເຕັມໄປດ້ວຍຄວາມທະເຍີທະຍານ, ມັກໃຫຍ່ໃຝ່ສູງ”. ນັ້ນແມ່ນຂໍ້ສັງເກດຂອງທ່ານ Lucio Blanco Pitlo ນັກຊ່ຽວຊານຄົ້ນຄວ້າກ່ຽວກັບທະເລຕາເວັນອອກ, ເຊິ່ງເປັນນັກຄົ້ນຄວ້າສັງກັດຢູ່ອົງການເສັ້ນທາງແຫ່ງຄວາມກ້າວໜ້າ ອາຊີ - ປາຊີຟິກ. ຕາມທ່ານ Lucio ແລ້ວ, ການກະທຳນີ້ ແມ່ນວິທີເຊິ່ງ ປັກກິງ ຍາດແຍ່ງເອົາໂອກາດໃນຊ່ວງເວລາທີ່ເກີດໂລກລະບາດ ເພື່ອປັບປຸງການຄວບຄຸມບັນດາໂຄງສ້າງພູມສາດ ແລະ ບັນດາເຂດທະເລທີ່ພວມເກີດການຂັດແຍ້ງກັນຢູ່ເຂດທະເລຕາເວັນອອກ. ທ່ານ Lucio ກ່າວວ່າ:
        “ການກະທຳດັ່ງກ່າວຂອງ ຈີນ ກໍ່ຄືບັນດາການກະທຳດ້ວຍລະດັບລັດຕໍ່ໄປ ຊື່ງ ຈີນ ອາດຈະປະຕິບັດ ແມ່ນເພື່ອແນໃສ່ປັບປຸງເລື່ອງຢຶດຄອງບັນດາໂຄງສ້າງພູມສາດ ແລະ ເຂດທະເລຢູ່ທະເລຕາເວັນອອກຢ່າງມີປະສິດທິຜົນ. ສຳລັບ ຈີນ ແລ້ວ, ປະເທດທີ່ມີໄຫຼ່ທະວີບ, ເລື່ອງຖະແຫຼງປະກາດອະທິປະໄຕສຳລັບສິດຂອງຕົນຢູ່ທະເລລວມມີ ເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບ ແລະ ແຕ້ມເສັ້ນພື້ນຖານອ້ອມບັນດາໂຄງສ້າງພູມສາດ ຢູ່ ຕື໊ຊາ ນັ້ນ ຍາກທີ່ຈະມີລັກສະນະຊວນເຊື່ອ. ຍ້ອນເຫດນັ້ນ, ການກະທຳຫວ່າງແລ້ວນີ້ຂອງ ຈີນ ແມ່ນຍັງບໍ່ສາມາດປັບປຸງໄດ້ບັນດາພື້ນຖານແບບຜິວເຜີນກ່ຽວກັບບັນດາການຖະແຫຼງປະກາດອະທິປະໄຕໄຮ້ເຫດຜົນ ຂອງເຂົາເຈົ້າຢູ່ເຂດທະເລຕາເວັນອອກ.

 ທ່ານ Lucio Blanco Pitlo
      ການຄິດໄລ່ຂອງ ຈີນ ທີ່ຈິງແລ້ວ ແມ່ນບໍ່ມີຫຍັງໃໝ່ເມື່ອທຽບໃສ່ຄວາມທະເຍີທະຍານ, ມັກໃຫຍ່ໃຝ່ສູງຢາກຢຶດຄອງທະເລຕາເວັນອອກພຽງແຕ່ຜູ້ດຽວ ເຊິ່ງ ຍາມໃດ ຈີນກໍ່ຊອກຫາວິທີປະຕິບັດ. ຄວາມຈິງແລ້ວ, ເລື່ອງຍົກອອກຍຸດທະສາດ ຕື໊ຊາ ແມ່ນຮູບການໃໝ່ ເພື່ອທົດແທນໃຫ້ຍຸດທະສາດແຜນທີ່ເສັ້ນ 9 ຕອນ ຊື່ງຖືກສານອະນຸຍາໂຕຕຸລາການປະຕິເສດເມື່ອປີ 2016. ທ່ານ Lucio ໃຫ້ຮູ້ຕື່ມອີກວ່າ:
        “ຍຸດທະສາດ ຕື໊ຊາ ອາດຈະແມ່ນບາດກ້າວເດີນເພື່ອແນໃສ່ເຮັດໃຫ້ທາດແທ້ຂອງການຖະແຫຼງປະກາດອະທິປະໄຕຂອງ ຈີນ ຢູ່ເຂດທະເລຕາເວັນອອກຈະແຈ້ງກ່ວາ ແມ່ນເສັ້ນ 9 ຕອນ ທີ່ອີງໃສ່ສິດທາງປະຫວັດສາດແບບເຝີຝັນ. ເຖິງຢ່າງໃດກໍ່ຕາມ, ທາດແທ້ຂອງບັນດາໂຄງສ້າງພູມສາດນີ້ ແລະ ຕົວຈິງຈີນ ບໍ່ແມ່ນປະເທດໝູ່ເກາະ ທີ່ຍັງມີຊ່ອງຫວ່າງໃຫຍ່ໃນການອະທິບາຍຂອງ ຕົນ.
ການກະທຳຖືກກ່າວປະນາມຢ່າງຮຸນແຮງ
       ການກະທຳຂອງ ຈີນ ໄດ້ກໍ່ໃຫ້ເກີດຄວາມລະແວງສົງໄສ ແລະ ໄປຝືນກັບຄວາມມານະພະຍາຍາມຂອງບັນດາປະເທດທີ່ຢູ່ພາຍໃນ ແລະ ນອກພາກພື້ນກ່ຽວກັບເປົ້າໝາຍຄວບຄຸມການຂັດແຍ້ງກັນ ແລະ ສ້າງພາກພື້ນໃຫ້ມີຄວາມໝັ້ນຄົງ, ສັນຕິພາບ, ເປັນປົກກະຕິ. ຕາມນັກຊ່ຽວຊານສາກົນຫລາຍທ່ານແລ້ວ, ເລື່ອງ ຈີນ ສ້າງຕັ້ງຖານທີ່ໝັ້ນການທະຫານຢູ່ຫາດດອນນ້ຳຖ້ວມແລ້ວ ກໍ່ຖະແຫຼງສ້າງຕັ້ງບັນດາຫົວໜ່ວຍບໍລິຫານຢູ່ບັນດາເຂດທະເລທີ່ກ້ວາງໃຫຍ່ກ່ວາຜືນແຜ່ນດິນ ບໍ່ວ່າຂອງປະເທດໃດໃນພາກພື້ນ ອາຊຽນນັ້ນ ແມ່ນການກະທຳລະເມີດກົດໝາຍສາກົນ, ລະເມີດສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982) ແລະ ລະເມີດອະທິປະໄຕຂອງບັນດາປະເທດຢູ່ອ້ອມແອ້ມທະເລຕາເວັນອອກຢ່າງຮ້າຍແຮງ, ໃນນັ້ນ ມີ ຫວຽດນາມ. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຮົ່ງທາວ, ຮອງປະທານຄະນະກຳມະການກົດໝາຍສາກົນສະຫະປະຊາຊາດ ຊີ້ແຈ້ງວ່າ:
        “ການກະທຳດັ່ງກ່າວ ຈະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດທີ່ຢູ່ໃນຊ່ວງໄລຍະເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ COC ຫຼຸດໜ້ອຍຖອຍລົງ. ການກະທຳຂອງ ຈີນ ຍັງເພື່ອແນໃສ່ປະຕິເສດຄຳຕັດສິນໃຈຂອງສານຍຸຕິທຳສາກົນໃນປີ 2016 ແລະ ຈຳກັດສິດເສລີໃນການໄປມາຂອງກ່ຳປັ່ນບັນດາປະເທດຢູ່ທະເລຕາເວັນອອກ. ບາດກ້າວຕໍ່ໄປ, ຈີນ ກໍ່ຈະປິດລ້ອມ ບັງຄັບໃຫ້ບັນດາປະເທດຕ້ອງຖອນອອກຈາກບັນດາເກາະ ແລະ ຈະຫັນເຂດແດນບໍລິຫານຢູ່ທະເລໃຫ້ເປັນອັນຖືກຕ້ອງຕາມກົດໝາຍ.
        ກໍ່ມີຂໍ້ສັງເກດເຊັ່ນດຽວກັນ, ທ່ານ Derek Grossman, ນັກຊ່ຽວຊານຂັ້ນສູງຂອງສູນນະໂຍບາຍອາຊີ - ປາຊີຟິກ ຂຶ້ນກັບກຸ່ມບໍລິສັດ RAND (Research And Development), ອາເມລິກາ ຖືວ່າ: ຫາງສຽງລ້ວນແຕ່ເຫັນໄດ້ຢ່າງຈະແຈ້ງບັນດາການຄິດໄລ່ຂອງ ຈີນ ທີ່ຢູ່ເບື້ອງຫລັງບັນດາການກະທຳ “ນາບຂູ່” ບັນດາປະເທດບ້ານໃກ້ເຮືອນຄຽງໃນໄລຍະມໍ່ໆມານີ້, ໃນຂະນະນັ້ນ, ທ່ານປະລິນຍາເອກ James Rogers, ຫົວໜ້າ ໂຄງການ “Global Britain” ສັງກັດສະຖາບັນ Henry & Jackson (ລອນດອນ, ອັງກິດ) ເນັ້ນໜັກວ່າ: ບັນດາປະເທດຕ້ອງເຄົາລົບ, ປະຕິບັດກົດໝາຍສາກົນ ແລະ ບັນດາປະເທດມີບົດບາດຢ່າງໃຫຍ່ຫລວງໃນການປົກປັກຮັກສາລະບົບສາກົນ ທີ່ອີງໃສ່ກົດໝາຍນັ້ນ ຄວນສືບຕໍ່ກ່າວປະນາມຢ່າງແຮງຕໍ່ບັນດາການກະທຳຂອງຈີນ. ທ່ານ James Rogers ຢັ້ງຢືນວ່າ ບັນດາການຖະແຫຼງອະທິປະໄຕຜິດກົດໝາຍ ແລະ ການກະທຳກາຍລະດັບຂອງ ຈີນ ຢູ່ທະເລຕາເວັນອອກ ພວມທຳລາຍກົດໝາຍສາກົນ, ເຮັດໃຫ້ຄວາມໝັ້ນຄົງຢູ່ພາກພື້ນຂາດສະຖຽນລະພາບ.
        ເປັນທີ່ຈະແຈ້ງແລ້ວວ່າ, ເລື່ອງ ຈີນ ຖະແຫຼງສ້າງຕັ້ງເຂດຊີຊາ ແລະ ເຂດໜານຊາ, ຂື້ນກັບອັນທີ່ເອີ້ນວ່າ “ນະຄອນ ຕາມຊາ” ໃນໄລຍະມໍ່ໆມານີ້ ແມ່ນການກະທຳໄປຝືນກັບກົດໝາຍສາກົນ, ແມ່ນການປະພຶດບໍ່ອາດຮັບຮູ້ໄດ້ ໃນໂລກແຫ່ງສີວິໄລໃນປັດຈຸບັນ./.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top