• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນ​ໄປ​ສູ່​ດີ​ຈີ​ຕອນ​ໃນ​ສ​ະ​ພາບ​ການ​ບໍ່​ຄົງ​ທີ່: ຍາດ​ແຍ່ງ​ກາ​ລະ​ໂອ​ກາດ - ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

“ຫັນໄປສູ່ດີຈີຕອນໃນສະພາບການບໍ່ຄົງທີ່: ຍາດແຍ່ງກາລະໂອກາດ - ຜ່ານຜ່າສິ່ງທ້າທາຍ”. ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດ ໂດຍມະຫາວິທະຍາໄລເສດຖະກິດແຫ່ງຊາດ, ກຸ່ມບໍລິສັດຫຸ້ນສ່ວນ ລົງທຶນ ແລະ ຄຸ້ມຄອງ V-Startup ໄດ້ສົມທົບກັນຈັດຂຶ້ນໃນຕອນເຊົ້າວັນທີ 12 ກັນຍາ ຢູ່ຮ່າໂນ້ຍ.

ກອງປະຊຸມສຳມະນາວິທະຍາສາດ “ຫັນໄປສູ່ດີຈີຕອນໃນສະພາບການບໍ່ຄົງທີ່: ຍາດແຍ່ງກາລະໂອກາດ - ຜ່ານຜ່າສິ່ງທ້າທາຍ” (ພາບ: Ngoc Anh)

ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາ ໄດ້ເຕື້ອງເຖິງບັນດາຫົວຂໍ້ຄື: ທ່າອ່ຽງຫັນໄປສູ່ດີຈີຕອນແຫ່ງຊາດ - ວິໄສທັດຮອດປີ 2030; ຫັນໄປສູ່ດີຈີຕອນ - ມູມມອງບໍລິຫານວິສາຫະກິດ....

        ລັດຖະບານ ຫວຽດນາມ ໄດ້ອະນຸມັດຜ່ານ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030”. ມຸ່ງໄປເຖິງລັດຖະບານດີຈີຕອນ, ຮອດປີ 2025, ຫວຽດນາມ ຈະສ້າງຖານຂໍ້ມູນແຫ່ງຊາດໃຫ້ສຳເລັດ ແລະ ມີການເຊື່ອມຕໍ່ 100%, ແບ່ງປັນຂໍ້ມູນໃນທົ່ວປະເທດ; ຫວຽດນາມ ຈະຖືກຈັດໃນກຸ່ມ 70 ປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ​ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ທ່ານ ຄຳ​ຟອງ ອິນ​ມາ​ນີ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ສອງ​ພັກ, ສອງ​ລັດ ຈະສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລ​ກ​ປ່ຽນ​ປະ​ສົບ​ການ, ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ ແລະ ບົດ​ຮຽນ​ພຶດ​ຕິ​ກຳ ຕົວ​ຈິງ, ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ ຢ່າງ​ຕໍ່​ເນື່ອງ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top