• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນ​ເປັນ​ດີ​ຈີ​ຕອນ: ບາ​ດ​ກ້າວ​ເດີນ​ຍຸດ​ທະ​ສາດ​ເພື່ອ​ອະ​ນາ​ຄົດ​ພັດ​ທະ​ນາ​ແບບ​ຍືນຍົງ

ວັນທີ 10 ຕຸລາ ຂອງທຸກໆປີ, ວັນຫັນເປັນດີຈີຕອນແຫ່ງຊາດ ຫວຽດນາມ ບໍ່ພຽງແຕ່ແມ່ນຂີດໝາຍກ່ຽວກັບເຕັກໂນໂລຢີ, ຫາກຍັງແມ່ນວັນບຸນແຫ່ງເຈດຈຳນົງການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ຄວາມຄາດຫວັງບືນຕົວຂຶ້ນຂອງ ຫວຽດນາມ ໃນສັງກາດດີຈີຕອນ. ປີ 2025, ວັນຫັນເປັນດີຈີຕອນແຫ່ງຊາດ ມີຫົວຂໍ້ “ຫັນເປັນດີຈີຕອນທົ່ວປວງຊົນ, ຮອບດ້ານ, ບໍລິການລະບຽບບໍລິຫານອອນໄລຄົບວົງຈອນ ເພື່ອເພີ່ມຄວາມໄວ, ບຸກທະລຸໃນການພັດທະນາເສດຖະກິດດີຈີຕອນ”, ສະແດງໃຫ້ເຫັນຈິດໃຈໃໝ່ໃນວິວັດທະນາການຫັນເປັນດີຈີຕອນແຫ່ງຊາດ ດ້ວຍເຕັກໂນໂລຢີ ດີຈີຕອນ, ຖືປະຊາຊົນເປັນໃຈກາງ, ວິສາຫະກິດແມ່ນກຳລັງໜູນ ແລະ ຂໍ້ມູນເປັນພື້ນຖານ.
ພະນັກງານສູນບໍລິຫານສາທາລະນະ ເທດສະບານ ເທື້ອງແຈກ (ກວາງຈິ) ມານະພະຍາຍາມເພື່ອຫັນເປັນດີຈີຕຕອນ (ພາບປະກອບ:TTXVN)

ສານຂອງວັນຫັນເປັນດີຈີຕອນແຫ່ງຊາດປີ 2025 ນີ້ ອີກຄັ້ງໜຶ່ງໄດ້ຢັ້ງຢືນເປົ້າໝາຍແກ່ນສານ: ຖືປະຊາຊົນເປັນໃຈກາງ, ເພື່ອໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາໝາກຜົນເຊິ່ງເຕັກໂນໂລຢີນຳມາໃຫ້.

       ພື້ນຖານນະໂຍບາຍນຳມາເຊິ່ງບັນດາໝາກຜົນຢ່າງຈະແຈ້ງ

        ເພື່ອປະຕິບັດການຫັນເປັນດີຈີຕອນແຫ່ງຊາດ, ປັດໄຈແກ່ນສານ ແມ່ນແລວນິຕິກຳອັນໝັ້ນແກ່ນ. ຫຼາຍເອກະສານ, ນະໂຍບາຍສຳຄັນໃນໄລຍະຜ່ານມາແມ່ນການພິສູດກ່ຽວກັບຄວາມຕັດສິນໃຈ ແລະ ວິໄສທັດຍຸດທະສາດ, ຍາວນານກ່ຽວກັບການຫັນເປັນດີຈີຕອນຢູ່ ຫວຽດນາມ. ພົ້ນເດັ່ນທີ່ສຸດແມ່ນມະຕິສະບັບເລກທີ 57 - NQ/TW ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.

        ເອກະສານດັ່ງກ່າວໄດ້ຮັບຖືວ່າແມ່ນໄມ້ງັດຍຸດທະສາດ, ຢັ້ງຢືນທີ່ຕັ້ງທີ່ບໍ່ອາດຕັດແຍກອອກຈາກສາມເສົາຄ້ຳ: ວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ. ພື້ນຖານນະໂຍບາຍແມ່ນບ່ອນອີງເພື່ອໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນກໍ່ສ້າງໂຄງການກະທຳລະອຽດ, ກຳນົດທິດວິໄສທັດລວມ, ວາງອອກຂັ້ນຕອນທີ່ຈະແຈ້ງ, ບຸລິມະສິດບັນດາແຫຼ່ງກຳລັງລົງທຶນ.

        ຈາກພື້ນຖານນະໂຍບາຍອັນໝັ້ນແກ່ນນັ້ນ, ພາລະກິດແຫ່ງການຫັນເປັນດີຈີຕອນບັນລຸໄດ້ບັນດາຜົນງານທີ່ເປັນໜ້າຊື່ນຊົມ, ໄດ້ພິສູດດ້ວຍບັນດາຕົວເລກ. ເສດຖະກິດດີຈີຕອນໄດ້ກາຍເປັນກຳລັງໜູນເຕີບໂຕຂອງພື້ນຖານເສດຖະກິດ. ລາຍຮັບໃນຂົງເຂດອຸດສາຫະກຳເຕັກໂນໂລຢີດີຈີຕອນເດືອນກັນຍາ  2025 ເພີ່ມຂຶ້ນເກືອບ 48% ເມື່ອທຽບໃສ່ໄລຍະດຽວກັນ. ວົງເງິນສົ່ງອອກຣາດດິດ, ເອເລັກໂຕນິກ 9 ເດືອນ ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນ. ລະບົບນິເວດວິສາຫະກິດດີຈີຕອນນັບມື້ນັບເຕີບໃຫຍ່ເຂັ້ມແຂງກວ່າ. ຕາມການສະຖິຕິຂອງບັນດາອົງການຈັດຕັ້ງການເງິນສາກົນ, ລະດັບການພັດທະນາເສດຖະກິດດີຈີຕອນຂອງ ຫວຽດນາມ ແມ່ນໄວທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ທ່ານ Tim Evan, ຜູ້ອຳນວຍການໃຫຍ່ HSBC ຫວຽດນາມ ຖືວ່າ:

        “ ຂ້າພະເຈົ້າຄິດວ່າ ອະນາຄົດເສດຖະກິດດີຈີຕອນ ຫວຽດນາມ ແມ່ນຍັງໃຫຍ່ຫຼວງທີ່ສຸດ ແລະ ກາຍເປັນຕະຫຼາດດູດດື່ມໃຫ້ແກ່ຂະແໜງອຸດສາຫະກຳດີຈີຕອນ ແລະ ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ພວມເຄື່ອນໄຫວໃນຂະແໜງນີ້. ຫວຽດນາມ ຍັງມີປະລິມານບັນດາບໍລິສັດຢູນີຄອນ (unicorn) ຢືນອັນດັບທີ 2 ໃນພາກພື້ນ. ການຄ້າເອເລັກໂຕນິກກໍແມ່ນພື້ນຖານເມື່ອ ຫວຽດນາມ ມີກຳລັງປະຊາກອນໜຸ່ມທີ່ພ້ອມນຳໃຊ້ເຕັກໂນໂລຢີ”.

        ຂົງເຂດລັດຖະບານດີຈີຕອນ ໄດ້ເຫັນປະຈັກຕາການປ່ຽນແປງຢ່າງແຮງທີ່ສຸດ, ນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນ ແລະ ຫັນປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດຝຫ້ໄດ້ດີທີ່ສຸດ. ໄລ່ຮອດເດືອນກັນຍາ 2025, ອັດຕາສ່ວນສຳເນົາປະຕິບັດທາງໄກແບບຄົບວົງຈອນໃນຈຳນວນສຳເນົາເອກະສານທັງໝົດທີ່ແກ້ໄຂລະບຽບການບໍລິຫານບັນລຸໄດ້ປະມານ 40% (ເພີ່ມຂຶ້ນ 2,64% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024). ສະເພາະໃນເດືອນກັນຍາ, ມີເອກະສານເອເລັກໂຕນິກກວ່າ 1,6 ລ້ານສະບັບ ໄດ້ສົ່ງ/ຮັບຜ່ານລະບົບເອກະສານລະຫວ່າງຂະແໜງແຫ່ງຊາດ.  ເມື່ອເຕັກໂນໂລຢີໄດ້ເຂົ້າສູ່ຊີວິດແລ້ວ, ປະຊາຊົນກໍແມ່ນໃຈກາງ ແລະ ຊົມໃຊ້ໝາກຜົນ, ຍົກສູງຄຸນນະພາບຊີວິດ ແລະ ເປີດໂອກາດພັດທະນາໃຫ້ແກ່ປະຊາຊົນ.

        ບັນດາຕົວເລກນີ້ແມ່ນພະຍານຫຼັກຖານຢ່າງຈະແຈ້ງສະແດງໃຫ້ເຫັນຄວາມມານະພະຍາຍາມ ແລະ ການປ່ຽນແປງຢ່າງຕັ້ງໜ້າໃນຕົວຈິງ, ຢັ້ງຢືນຄວາມຕັດສິນໃຈຂອງ ຫວຽດນາມໃນວິວັດການຫັນເປັນດີຈີຕອນ.

ເພີ່ມຄວາມໄວ, ບຸກທະລຸມຸ່ງໄປເຖິງອະນາຄົດດີຈີຕອນ ຫວຽດນາມ

        ດ້ວຍບັນດາໝາກຜົນລະອຽດ, ຫວຽດນາມ ພວມຄ່ອຍໆປະຕິບັດເປົ້າໝາຍຮອດປີ 2030 ກາຍເປັນປະເທດດີຈີຕອນພັດທະນາ, ຂຶ້ນກັບກຸ່ມ 30 ປະເທດນຳໜ້າໂລກກ່ຽວກັບການຫັນເປັນດີຈີຕອນ. ວັນຫັນເປັນດີຈີຕອນ ແຫ່ງຊາດ 2025 ບໍ່ພຽງແຕ່ແມ່ນໂອກາດສະຫຼຸບຜົນສຳເລັດເທົ່ານັ້ນ, ຫາກຍັງແມ່ນຄວາມຮຽກຮ້ອງໃຫ້ແກ່ໄລຍະເພີ່ມຄວາມໄວ. ວິວັດການນັ້ນຕ້ອງມີການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ ເພື່ອປະກອບສ່ວນເຂົ້າອະນາຄົດດີຈີຕອນ ຫວຽດນາມ. ທີ່ພິທີໄຂສູນຂໍ້ມູນແຫ່ງຊາດທີ່ໄດ້ຈັດຂຶ້ນຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

        ພວກເຮົາຕ້ອງຍູ້ແຮງກ່ວາອີກ, ຕ້ອງບຸທະລຸກ່ວາອີກ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະຊາຊົນ. ພວກເຮົາຕ້ອງຂ້ຽວຂາດໃນການປະຕິບັດການຊີ້ນຳ, ບໍລິຫານ ແລະ ຜັນຂະຫຍາຍດ້ວຍທັດສະນະ “ຫັນເປັນດີຈີຕອນແຫ່ງຊາດ ແມ່ນວຽກງານໃຫຍ່ຫຼວງທີ່ສຸດ, ມີຍຸດທະສາດທີ່ສຸດ, ແຕ່ຕ້ອງເລີ່ມຕົ້ນດ້ວຍການກະທຳລະອຽດ, ເປົ້າໝາຍລະອຽດ, ເຮັດວຽກງານໃດໃຫ້ແລ້ວວຽກງານນັ້ນ. ຕ້ອງມີຄວາມເປັນເອກະພາບກ່ຽວກັບຄວາມຮັບຮູ້ ແລະ ການກະທຳເພື່ອເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວລະບົບການເມືອງໃນການຈັດຕັ້ງປະຕິບັດ.

        ຖ້າການປ່ຽນແປງໃໝ່ຄັ້ງທີ 1  (ປີ 1986) ຊ່ວຍໃຫ້ ຫວຽດນາມ ຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນ, ການປ່ຽນແປງໃໝ່ຄັ້ງທີ 2 ນີ້ກໍ່ຈະຊ່ວຍໃຫ້ ຫວຽດນາມ ຫຼຸດພົ້ນອອກຈາກກັບດັກລາຍຮັບປານກາງ ເພື່ອກາຍເປັນປະເທດພັດທະນາ. ໃນນັ້ນ, ການຫັນເປັນດີຈີຕອນແມ່ນໜຶ່ງໃນສາມເສົາຄ້ຳ, ພ້ອມກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ຈະສ້າງກຳລັງໜູນໃຫ້ແກ່ວິວັດການນີ້. ວັນຫັນເປັນດີຈີຕອນແຫ່ງຊາດຂອງທຸກປີແມ່ນໂອກາດເພື່ອແຜ່ກະຈາຍສານຮ່ວມແຮງຮ່ວມໃຈສ້າງອະນາຄົດດີຈີຕອນຂອງ ຫວຽດນາມ./.

(ແຫຼ່ງຄັດຈາກ VOV)

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງຕຳຫຼວດທະເລເຂດ 4 ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ, ການລາດຕະເວນ, ກວດກາ, ຄວບຄຸມ, ຕິດຕາມກຳປັ່ນຫາປາເຄື່ອນໄຫວຢູ່ທະເລຢ່າງແໜ້ນແຟ້ນ…

Top