ຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມໄດ້ເປັນປະທານການເຮັດວຽກກັບຄະນະພັກລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງກ່ຽວກັບວຽກງານປ້ອງກັນ, ຕ້ານພາຍຸ, ນ້ຳຖ້ວມໄພທຳມະຊາດຢ່າງຮ້າຍແຮງ ແລະ ການປ່ຽນແປງຂອງດິນຟ້າອາກາດຮອດທ້າຍປີ 2026.
ທ່ານເລຂາທິການໃຫຍ່, ປະທານປະເທດ ຊີ້ແຈ້ງວ່າ ທຸກວິທີການ, ທຸກການຕັດສິນຊີ້ນຳ, ທຸກແຫຼ່ງກຳລັງລະດົມຕ້ອງມຸ່ງໄປເຖິງການປົກປ້ອງປະຊາຊົນ, ເປັນຕົ້ນແມ່ນຜູ້ມີອາຍຸສູງ, ເດັກນ້ອຍ, ແມ່ຍິງຖືພາ, ຄົນເຈັບ, ຄອບຄົວທຸກຍາກ,ຜູ້ຢູ່ໂດດດຽວ, ປະຊາຊົນເຂດອັນຕະລາຍ, ໄປຄຽງຄູ່ກັນນັ້ນ, ວຽກງານປ້ອງກັນແລະ ຕ້ານຕ້ອງໄປກ່ອນບາດກ້າວໜຶ່ງ.
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກຳນົດທິດບັນດາວຽກງານລະອຽດໄລຍະ 2026 – 2030, ເອົາໃຈຕ້ອງກຳນົດວ່ານີ້ແມ່ນໄລຍະສ້າງພື້ນຖານເພື່ອຫັນປ່ຽນຈາກການຮັບມືກັບໄພທຳມະຊາດມາເປັນການຄຸ້ມຄອງຄວາມສ່ຽງໄພທຳມະຊາດ, ຕ້ອງນຳການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດເຂົ້າການລົງທຶນສາທາທະລະໄລຍະກາງ.






