• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນທິດພະລັງງານໄປສູ່ການພັດທະນາແບບຍືນຍົງ

      ວັນທີ 13 ຕຸລາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມ ພະລັງງານສະອາດ ຫວຽດນາມ ຈັດຕັ້ງເວທີປາໄສ “ຫັນທິດພະລັງງານ ຂອງ ຫວຽດນາມ ໄປສູ່ການພັດທະນາແບບຍືນຍົງ”.
ເວທີປາໄສໄດ້ຈັດຕັ້ງຕາມຮູບແບບທາງໄກ ແລະ ໂດຍກົງ (ພາບ: congthuong.vn)
      ກ່າວຄຳເຫັນໄຂເວທີປາໄສ, ທ່ານ ປ.ອ ຫງວຽນດຶກຫ໋ຽນ, ຮອງຫົວໜ້າຄະນະເສດຖະກິດ ສູນກາງ ໃຫ້ຮູ້ວ່າ ຕາມບົດລາຍງານ ກ່ຽວກັບ ດັດຊະນີຄວາມສ່ຽງ ອາກາດທົ່ວໂລກ ປີ 2020ແລ້ວ, ຫວຽດນາມ ແມ່ນ 1 ໃນ 6 ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຈາກການປ່ຽນແປງຂອງດິນຟ້າອາກາດ. ດັ່ງນັ້ນ, ບຸລິມະສິດໃນການພັດທະນາພະລັງງານຜະລິດຄືນໃໝ່ ແລະ ການນຳໃຊ້ພະລັງງານຢ່າງປະຢັດ, ມີປະສິດທິຜົນ ແມ່ນ ແຜນນະໂຍບາຍໃຫຍ່ຂອງ ຫວຽດນາມ ຈົນຮອດປີ 2030, ວິໄສທັດຮອດປີ 2045. ທ່ານກ່າວວ່າ:
      ທັດສະນະນຳໃຊ້ພະລັງງານຢ່າງປະຢັດ, ມີປະສິດທິຜົນ, ປົກປັກຮັກສາສິ່ງແວດລ້ອມ ຕ້ອງໄດ້ຮັບຖືວ່າ ແມ່ນ ລັດຖະນະໂຍບາຍສຳຄັນແຖວໜ້າ, ແມ່ນຄວາມຮັບຜິດຊອບຂອງທົ່ວສັງຄົມ, ດ້ວຍເປົ້າໝາຍ ອັດຕາປະຢັດພະລັງງານໃນຍອດຈຳນວນພະລັງງານ ນຳໃຊ້ສຸດທ້າຍ ເມື່ອທຽບໃສ່ກັບແຜນການພັດທະນາປົກກະຕິ ບັນລຸ ປະມານ 7% ໃນປີ 2030 ແລະ ປະມານ 14% ໃນປີ 2045.
      ທ່ານປ.ອ ຫງວຽນດຶກຫ໋ຽນ ກໍ່ໃຫ້ຮູ້ວ່າ ລັດຖະບານໄດ້ຊີ້ນຳການກໍ່ສ້າງ ແລະ ຜັນຂະຫຍາຍຍຸດທະສາດພັດທະນາພະລັງງານແຫ່ງຊາດ ແລະ ຍຸດທະສາດພັດທະນາຂະແໜງການທີ່ກ່ຽວຂ້ອງເຖິງ ພະລັງງານ, ວາງແຜນຜັງສັງລວມ ພະລັງງານແຫ່ງຊາດ, ແຜນຜັງພັດທະນາໄຟຟ້າແຫ່ງຊາດ ໃຫ້ເໝາະສົມກັບເນື້ອໃນຈິດໃຈ ຂອງ ມະຕິ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top